|
******** ປະກາດ ແຈ້ງປະມູນຕ່າງໆ ********
*************************************** |
|
|
ທັດສະນະສຶກສາການຈັດຕັ້ງປະຕິບັດກອງທຶນເລັ້ງລັດ
 |
ໃນລະຫວ່າງວັນທີ 29 ມັງກອນ ເຖິງ 4 ກຸມພາ 2012, ທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາພ້ອມດ້ວຍຄະນະ ແລະ ຄູຮ່ວມພັດທະນາ (ອົດສະເອັດ, ໂຄງການອາ ຫານໂລກ ແລະ ທະນາຄານໂລກ) ໄດ້ໄປທັດສະນະສຶກສາ ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງ ປະຕິບັດແຜນງານການສຶກສາເພື່ອທຸກຄົນໂດຍນຳໃຊ້ທຶນຊ່ວຍເຫຼືອລ້າ ຈາກກອງທຶນເລັ່ງລັດ (Education for |
|
|
Read more...
|
|
ກອງປະຊຸມໜ່ວຍປະຕິບັດແຜນງານ ພາຍໃຕ້ແຜນງານການສຶກສາເພື່ອທຸກຄົນ ຂອງແຜນພັດທະນາຂະແໜງການສຶກສາ
 |
ໃນຕອນເຊົ້າຂອງວັນທີ 14 ທັນວາ ປີ 2011, ເວລາ 09:00 ໂມງ, ຫ້ອງການປະສານງານ ແຜນງານ, ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໜ່ວຍປະຕິບັດ ແຜນງານ ພາຍໃຕ້ແຜນງານການສຶກສາເພື່ອທຸກຄົນ ຂອງແຜນພັດທະນາຂະແໜງການສຶກສາ ປະຈຳເດືອນທັນວາ ປີ 2011 ຢູ່ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍການ ເປັນປະທານຂອງທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ |
|
|
Read more...
|
|
ທ່ານລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ ຕ້ອນຮັບແຂກຈາກທະນາຄານໂລກ
 |
ວັນທີ 12 ທັນວາ 2011, ເວລາ 10:00 ໂມງ ຢູ່ທີ່ຫ້ອງຮັບແຂກລະດັບສູງຂອງກະຊວງ ສຶກສາທິການ ແລະ ກິລາ, ທ່ານ ລີຕູ້ ບົວປາວ, ລັດຖະມົນຕີຊ່ວຍວ່າການກະຊວງສຶກສາ ທິການ ແລະ ກິລາ ໄດ້ຕ້ອນຮັບການເຂົ້າຢ້ຽມຂອງທ່ານ ເອັມມານິວເອນ ຢິມເມເນສ໌, ຜູ້ອຳ ນວຍການຂະແໜງການພັດທະນາມະນຸດ ແລະ ທ່ານ ລາສ໌ ຊັນເດີກາດ, ຜູ້ປະສານງານ ຂະແໜງການພັດທະນາມະນຸດ ປະຈຳຂົງເຂດອາຊີຕາເວັນອອກສ່ຽງໃຕ້ ພ້ອມດ້ວຍຄະນະ |
|
|
Read more...
|
|
ກອງປະຊຸມໃຫຍ່ຄັ້ງທີ 36 ຂອງອົງການອຸຍແນດສະໂກ
 |
ໃນວັນທີ 22/10 /11 ນຳພາໂດຍ ທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງ ສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມາທິການແຫ່ງຊາດລາວເພື່ອອຸຍແນດ ສະໂກ ເປັນຫົວໜ້າຄະນະ ພ້ອມດ້ວຍຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ໄດ້ເດີນທາງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ 36 ຂອງອົງການອຸຍແນດສະໂກ ໃນລະຫວ່າງວັນທີ 25/10 - 10/11/2011, ທີ່ ປາຣີ ປະເທດຝຣັ່ງ. |
|
|
Read more...
|
|
ຕົວແທນໄວໜຸ່ມ ອົງການອາຫານໂລກ ເດີນທາງມາຢ້ຽມຢາມ ສປປ ລາວ  | ໃນລະຫວ່າງ ວັນທີ 5-9 ກັນຍາ 2011, ນາງ ແຈັສຊີກາ ວັດສັນ ຕົວແທນໄວໜຸ່ມ ຂອງອົງການອາຫານໂລກ ໄດ້ເດີນທາງມາຢ້ຽມຢາມ ແລະ ຖ່າຍທຳຢູ່ ສປປ ລາວ ໂດຍມີຈຸດປະສົງເພື່ອລະດົມ ທຶນສະໜັບສະໜູນໂຄງການອາຫານໃນໂຮງຮຽນ. ໃນການມາຢ້ຽມຢາມ ແລະ ຖ່າຍທຳຄັ້ງນີ້, ນາງ ແຈັສ ຊີກາ ວັດສັນ ແລະ ທິມງານ |
|
|
Read more...
|
|
|