Lao English 

                    ກ່ຽວກັບກົມ

3.ຄູ່ມືວິທີການເຮດວຽກ ແລະ ຕຳແໜ່ງງານຂອງກົມອາຊີວະສຶກສາ

 

 

ປະຫວັດຄວາມເປັນມາຂອງກົມອາຊີວະສຶກສາ

   ນັບ​ແຕ່​ປີ 1975 ​ເປັນ​ຕົ້ນ​ມາ ກົມ​ອະ​ຊີວະ​ສຶກສາ​ໄດ້​ຮັບ​ການ​ພັດທະນາ, ຂະ​ຫຍາ​ຍຕົວ ​ແລະ​ ມີ​ຜົນສຳ​ເລັດ​ໃນ​ການ​ກໍ່​ສ້າງ ​ແລະ ຝຶກ​ອົບ​ຮົມ​ນາຍ​ຊ່າງ ​ແລະ ນັກ​ວິ​ຊາ​ການ​ແຕ່ລະ​ໄລຍະ ດັ່ງ​ນີ້:
1975 – 1983: ພາກສ່ວນ​ມ​ະຫາ​ວິທະຍາ​ໄລ ​ແລະ ອາຊີວະ​ສຶກສາ, ມີ​ຄະນະ​ກົມ 4 ທ່ານ​ໂດຍ ​ແມ່ນທ່ານ ຄຳ​ຕັນ ຈັນທະ​ລາ ເປັນ​ຫົວໜ້າ​ພາກສ່ວນ;
              ມີ 4 ພະ​ແນ​ກ; ພະ​ແນ​ກວິຊາ​ຊີ​ບຊັ້ນ​ຕົ້ນ, ຊັ້ນ​ກາງ​ ​ແລະ ຊັ້ນ​ສູງ, ມີ​ຮອງ​ປະທານ 2 ທ່ານ, ຫົວໜ້າພະ​ແນ​ກ ​ແລະ ຮອງ​ຫົວໜ້າ​
              ພະ​ແນ​ກພ້ອມ​ດ້ວຍ​ວິ​ຊາ​ການ​ຈຳນວນ​ໜຶ່ງ.
1984 – 1988: ກົມ​ມະຫາ​ວິທະຍາ​ໄລ ​ແລະ ອາຊີວະ​ສຶກສາ​ໂດຍ​ແມ່ນ ທ່ານ​ ຄຳ​ຕັນ ຈັນທະ ລາ​ເປັນ​ຫົວ​ໜ້າ​ກົມ, ມີ​ຮອງ​ກົມ 2 ທ່ານ, ບໍ່​ມີ​ພະ​ແນ​ກ;
              ຮ​ອງຫົວໜ້າ​ກົມ​ແຕ່ລະ ຄົນ​ຊີ້ນຳ​ແຕ່ລະ​ໜ້າ​ວຽກ​ທີ່​ປະກອບ​ດ້ວຍ​ວິຊາ​ການ​ດ້ານ​ຕ່າງໆ.
1989 – 1991: ພາກ​ສ່ວນ​ມະຫາ​ວິທະຍາ​ໄລ ​ແລະ ອາຊີວະ​ສຶກສາ​​ໂດຍ​ແມ່ນ ທ່ານ ດຣ. ສີ ຄຳ​ຕາດ​ ມິ​ຕາ​ໄລ ​ເປັນ​ຫົວໜ້າ​ພາກສ່ວນ, ມີ​ຄະນະ​ກົມ 2
              ທ່ານ, ບໍ່​ມີ​ພະ​ແນ​ກ; ຮອງ​ຫົ​ວໜ້າກົມ​ແຕ່ລະຄົນ​ຊີ້​ນຳ​ແຕ່​ລະ​ໜ້າ​ວຽກ ທີ່​ປະກອບ​ດ້ວຍ​ວິຊາ​ການ​ດ້ານ​ຕ່າງໆ.
1991 – 1998: ກົມ​ອາຊີວະ​ສຶກສາ ​ແລະ ມະຫາວິທະຍາ​ໄລ ​ໂດຍ​ແມ່ນ ທ່ານ ດຣ. ສີຄຳ​ຕາດ​ ມິ​ຕາ​ໄລ ​ເປັນ​ຫົວໜ້າ​ກົມ, ມີ​ 3 ​ພະ​ແນ​ກການ​ເຊັ່ນ:
              ພະ​ແນ​ກບໍລິຫານ, ພະ​ແນ​ກອາຊີວະ​ສຶກສາ ​ແລະ ພະ​ແນ​ກການ​ສຶກສາ​ຊັ້ນ​ສູງ, ຮອງ​ກົ​ມ​ແຕ່ລະຄົນ ຊີ້ນຳພະ​ແນ​ກກ່ຽວຂ້ອງ; ມີ​ຮອງ​ກົມ
              2 ຕຳ​ແໜ່​ງ, ຫົວໜ້າ​ພະ​ແນ​ກ ​ແລະ ຮອງ ຫົວໜ້າ​ພະ​​ແນ​ກ 1 – 2 ຕຳ​ແໜ່​ງພ້ອມ​ດ້ວຍ​ນັກວິຊາການ​ກ່ຽວ​ຂ້ອງ​ຈຳນວນ​ໜຶ່ງ.
1998 - 2000: ກົມ​ອາຊີວະ​ສຶກສາ ​ແລະ ການ​ສຶກສາ​ຊັ້ນ​ສູງ ຕາມ​ດຳລັດ​ນາຍົກລັດຖະມົນຕີ​ເລກ ທີ 167/ນຍ ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ
​              ໄຫວ​ຂອງ​ກະຊວງ​ສຶກສາທິ ການ​ໂດຍ​​ແມ່ນ ທ່ານ ດວງ​ຕາ ບຸ​ນລາ​ວົງ ​ເປັນ​ຫົວໜ້າກົມ, ມີ 4 ພະ​ແນ​ກການ ​ໄດ້​ແກ່: ບໍລິຫານ, ອາຊີວະ
​              ສຶກສາ, ການ​ສຶກສາ​ຊັ້ນ​ສູ​ງ, ຄຸ້ມ​ຄອງ​ນັກ​ສຶກສາ, ມີ ຮອງ​ກົມ 2 ຕຳ​​ແໜ່​ງ, ຫົວໜ້າ​ພະ​ແນ​ກ ​ແລະ ຮອງ​ພະ​​ແນກ 1-2ຕຳ​​ແໜ່​ງພ້ອມ
              ດ້ວຍ​ນັກວິ​ຊາ​ການ​ຈຳນວນ​ໜຶ່ງ.
2001 - 2003: ກົມ​ອາຊີວະ​ສຶກສາ ​ແລະ ການ​ສຶກສາ​ຊັ້ນ​ສູງ​ໂດຍ​ແມ່ນ​ ທ່ານ ດຣ. ສີຄຳ​ຕາດ ມິ​ຕາ​ໄລ ຄືນ​ມາ​ເປັນ​ຫົວໜ້າ​ກົມ, ມີ 4 ພະ​ແນ​ກການ​
              ໄດ້​​ແກ່:  ບໍລິຫານ, ອາຊີວະ ສຶກສາ, ການ​ສຶກສາ​ຊັ້ນ​ສູງ, ຄຸ້ມ​ຄອງ​ນັກ​ສຶກສາ, ມີ​ຮອງ​ກົມ 2 ຕຳ​​ແໜ່​ງ, ຫົວ ໜ້າຫ້ອງການ ສອຊ
              (ຮ​ອງກົມ), ຫົວໜ້າ​ພະ​ແນ​ກ ​ແລະ ຮອງ​ຫົວໜ້າ​ພະ​ແນ​ກ 1-2 ຕຳ​ແໜ່​ງ ພ້ອມ​ດ້ວຍ​ນັກວິຊາການ​ຈຳນວນ​ໜຶ່ງ. ​ໃນ​ປີ 2002ສະພາ
              ​ທີ່​ປຶກສາອາຊີວະ​ສຶກສາ​ແຫ່ງ​ຊາດ​ແລະຫ້ອງການ​ປະຈຳ​ສະພາທີ່​ປຶກສາ​ອາຊີວະ​ສຶກ
ສາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເຊິ່ງມີ​ບ່ອນ​ປະຈຳການ​
             
ຢູ່​ກະຊວງ​ສຶກສາ​ທິການ​ໂດຍ​ກາ​ນຊີ້​ນຳ​ຂອງ​ຫົວ​ໜ້າກົມອາຊີ​ວະ​ສຶກສາ​ຊັ້ນ​ສູງ.
2003 - 2008: ກົມ​ອາຊີ​ວະ​ສຶກສາ ​ແລະ ການ​ສຶກສາ​ຊັ້ນ​ສູງ​ໂດຍ​ແມ່ນ​ທ່ານ ຮສ.ດຣ ກອງ​ສີ ​ແສງ​ມະນີ ​ເປັນ​ຫົວໜ້າ​ກົມ, ມີ 4 ພະ​ແນ​ກການ​ໄດ້​​ແກ່:
              ບໍລິຫານ, ອາຊີວະ​ສຶກ ສາ, ການ​ສຶກສາ​ຊັ້ນ​ສູງ, ຄຸ້ມ​ຄອງ​ນັກ​ສຶກສາ, ມີ​ຮອງ​ກົມ 2 ຕຳ​ແໜ່​ງ, ຫົວໜ້າ ຫ້ອງການ ສອຊ(ຮອງ​ກົມ),  
              ຫົວໜ້າ​ພະ​ແນ​ກ ​ແລະ ຮອງ​ພະ​ແນ​ກ 1-2 ຕຳ​ ແໜ່​ງ ພ້ອມ​​ດ້ວຍ​ນັກວິຊາການ​ຈຳນວນ​ໜຶ່ງ.
2004 - 2008: ປະ​ຈຸ​ບັນ: ກົມ​ອາຊີວະ​ສຶກສາ ​ແລະ ການ​ສຶກສາ​ຊັ້ນສູງ​ໄດ້​ແຍກອອກ​ເປັນ​ກົມ​ອາຊີວະສຶກສາ​ຕາມ​ດຳລັດ​ນາຍົກລັດຖະມົນຕີວ່າດ້ວຍ​ການ
              ຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວຂອງ​ກະຊວງ​ສຶກສາ​ທິການ​ ເລ​ກທີ 62/ນຍລົງ​ວັນ​ທີ 07/04/2008 ​​ໂດຍ ​ແມ່ນ​ທ່ານ ຮສ. ດຣ ກອງ​ສີ ​
              ແສງ​ມະນີ ​ເປັນຫົວໜ້າກົມ, ມີ 4 ພະ​ແນ​ກການ ​ໄດ້​ແກ່: ພະ​ແນ​ກບໍລິຫານ, ພະ​ແນ​ກຕິດຕາມ-ປະ​ເມີນ​ຜົນ, ພະ​ແນ​ກຄົ້ນ​ຄ້ວາ-
              ພັດທະນາ, ພະ​ແນ​ກພັດທະ​ນາ​ບຸກຄະລາ​ກອນ​ອາຊີວະ​ສຶກສາ, ມີ​ຮອງ​ກົມ 2 ຕຳ​ແໜ່​ງ, ຫົວໜ້າ​ຫ້ອງການ ສອຊ(ຮອງ​ກົມ), ຫົວໜ້າ
              ພະ​ແນ​ກ ​ແລະ ຮອງ​ຫົວ ໜ້າ​ພະ​ແນ​ກ 1 ຕຳ​ແໜ່​ງພ້ອມ​ດ້ວຍ​ນັກວິ​ຊາ​ການ​ຈຳນວນ​ໜຶ່ງ. ປະ​ຈຸ​ບັນ​ມີ​ສູນ, ວິ​ທະຍາ​ໄລ ​ແລະ ​ໂຮງຮຽນ
              ອາຊີວະ​ສຶກສາ​ທີ່ຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງ​ກົມ​ຈຳນວນ 22 ຕຳ​ແໜ່​ງ.

          ສະຖານທີ່ຕັ້ງຢູ່ ກະຊວງສຶກສາທິການ (ຕຶກຫຼັງໃໝ່) ຕູ້ ປ.ນ. 067 ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ
                ສອບຖາມຂໍ້ມູນເພີ່ມເຕີມໂທ: +856 021 216473, ແຟ໋ກ: +856 021 216473, e-mail:
tvedmoe@yahoo.com