ປະຫວັດຄວາມເປັນມາ
![]()
| ປະຫວັດຫຍໍ້ | ຄວາມເປັນມາ |
||
| ກ່ອນປີ 1993 | ວຽກງານກວດກາການສຶກສາເຖິງວ່າມີການຈັດຕັ້ງແຕ່ການເຄື່ອນໄຫວຍັງບໍ່ທັນກວ້າງຂວາງເທົ່າທີ່ຄວນ, ຍັງເປັນວຽກງານໜຶ່ງ ທີ່ຕິດພັນກັບວຽກ ງານອື່ນໆເຊັ່ນ: ການກວດກາຂົງເຂດວິຊາສະເພາະເປັນພຽງໜ້າວຽກໜຶ່ງທີ່ສັງກັດໃນພະແນກຄົ້ນຄວ້າສັງລວມຂອງຫ້ອງການກະຊວງສຶກສາເທົ່າ ນັ້ນ, ສ່ວນຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ກໍແມ່ນວຽກງານໜຶ່ງທີ່ສັງກັດຢູ່ຫ້ອງການບໍລິຫານຂອງພະ ແນກສຶກສາປະຈໍາແຂວງ ແລະ ຫ້ອງການ ສຶກສາປະຈໍາເມືອງ. ສ່ວນການກວດກາວຽກງານບໍລິຫານຈັດການຂອງຜູ້ບໍລິຫານການສຶກສາຂັ້ນຕ່າງໆ ແລະ ວຽກງານພັກ-ພະນັກງານ ແມ່ນກົມ ຈັດຕັ້ງເປັນຜູ້ດຳເນີນການໂດຍກົງ; ການລົງເກັບກຳວຽກງານຢູ່ທ້ອງຖິ່ນນັ້ນ ຍັງແມ່ນລົງເກັບກຳໜ້າວຽກໃດໜຶ່ງເທົ່ານັ້ນ, ບໍ່ມີລັກສະນະ ກວ້າງຂວາງ ແລະ ຮອບດ້ານ; ການກວດກາສະເພາະກິດ ແລະ ຄົ້ນຄວ້າແກ້ໄຂຈົດໝາຍຮ້ອງຟ້ອງ-ຮ້ອງທຸກ ແມ່ນບໍ່ໄດ້ຮັບການຈັດຕັ້ງປະ ຕິບັດເທົ່າທີ່ຄວນ. |
||
| 1995 | ລັດຖະມົນຕີວ່າການກະຊວງສຶກສາທິການໄດ້ອອກຂໍ້ຕົກລົງສະ ບັບເລກທີ 318 / ສສ /1995 ວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່, ໂຄງປະກອບການຈັດຕັ້ງ ແລະ ວິທີ
ເຮັດວຽກຂອງຄະນະກວດກາການສຶກສາຂັ້ນຕາງໆ ຊຶ່ງປະກອບມີ: ລະບົບການກວດກາການສຶກສາ ປະກອບ ດ້ວຍ 3 ຂັ້ນຄື: -ຂັ້ນກະຊວງເອີ້ນວ່າ: ຄະນະກວດກາການສຶກສາທົ່ວໄປ, ປະກອບດ້ວຍຜູ້ກວດກາການສຶກສາ 3 ທ່ານ, ແຕ່ລະທ່ານດໍາລົງຕໍາ ແໜ່ງທຽບເທົ່າ ຫົວໜ້າກົມ, 2 ປີໃດໄດ້ຄັດເລືອກເອົາ 1 ທ່ານເປັນຜູ້ກວດກາອາວຸດໂສເປັນຫົວໜ້າ ແລະ ກຳນົດໃຫ້ມີພະນັກ ງານວິຊາການຊ່ວຍວຽກ 4 ທ່ານ. -ຂັ້ນແຂວງເອີ້ນວ່າ: ຄະນະກວດກາການສຶກສາປະຈຳແຂວງ, ນະຄອນຫຼວງ, ມີຖານະທຽບເທົ່າຮອງຫົວໜ້າພະແນກສຶກສາປະ ຈຳແຂວງ ; ຈຳນວນ 3 ທ່ານນີ້ ສອງປີໃດ ຄັດເລືອກເອົາ 1 ທ່ານເປັນຜູ້ກວດ ກາອາວຸດໂສ. |
||
| 1996 | ຄະນະກວດກາການສຶກສາທົ່ວໄປໄດ້ມີການປັບປຸງໂຄງສ້າງການຈັດຕັ້ງຄືນໃໝ່, ປະກອບມີ 2 ພະແນກຄື: ພະແນກບໍລິຫານ ແລະ ພະແນກວິຊາ ການ, ວຽກງານກວດກາໄລຍະນີ້ ແມ່ນລົງເລິກການກວດກາການສຶກສາເປັນຕົ້ນຕໍ. |
||
| 2001 | ລັດຖະມົນຕີວ່າການກະຊວງສຶກສາທິການ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 91/ສສ/2001 ວ່າດ້ວຍການຈັດຕັ້ງເຄື່ອນໄຫວຂອງ ຫ້ອງການ, ບັນດາກົມ ແລະ ອົງການທຽບເທົ່າໃນກະຊວງສຶກສາທິການ. ໃນນັ້ນ, ໄດ້ກໍານົດໂຄງປະກອບການຈັດຕັ້ງບຸກຄະລາກອນຂອງຄະນະກວດກາ ການສຶກສາເປັນອັນລະອຽດຂຶ້ນຕື່ມເຊັ່ນ: - ຂັ້ນກະຊວງເອີ້ນວ່າ: ຄະນະກວດກາການສຶກສາກະຊວງສຶກສາທິການ, ຊຶ່ງປະກອບຜູ້ກວດກາການສຶກສາ 3 ທ່ານ, ໃນນັ້ນ 1 ທ່ານ ເປັນຫົວໜ້າຄະນະມີຖານະທຽບເທົ່າກັບຫົວໜ້າກົມ ແລະ ຮອງຫົວໜ້າຄະນະ 2 ທ່ານ ມີຖານະທຽບເທົ່າກັບຮອງຫົວໜ້າກົມ ແລະ ປະກອບມີ 3 ພະແນກຄື : ພະແນກບໍລິຫານມີ 4 ທ່ານ, ພະແນກກວດກາການສຶກສາ ມີ 5 ທ່ານ, ພະແນກກວດກາພັກມີ 3 ທ່ານ ຄະນະກວດກາ ການສຶກສາ ມີ 3 ທ່ານ ລວມທັງໝົດ ມີ 15 ທ່ານ. - ຂັ້ນແຂວງເອີ້ນວ່າ: ຄະນະກວດກາການສຶກສາປະຈຳພະແນກສຶກສາແຂວງ ປະກອບດ້ວຍຜູ້ກວດ ກາ 3 ທ່ານ,ໃນນັ້ນ 1 ທ່ານເປັນຫົວໜ້າ, ມີຖານະຕຳແໜ່ງທຽບເທົ່າຮອງຫົວໜ້າພະແນກສຶກສາແຂວງ, ສ່ວນຮອງ 2 ທ່ານ ມີຖານະຕຳແໜ່ງ ເທົ່າກັບຫົວໜ້າຂະແໜງຂອງພະແນກ ສຶກສາປະຈຳແຂວງ; ສ່ວນວຽກງານກວດກາການສຶກສາຂັ້ນເມືອງ ແມ່ນໜ້າທີ່ຂອງຫົວໜ້າ ຫຼື ຄະນະຫ້ອງການສຶກສາປະຈຳເມືອງ ເປັນຜູ້ເຮັດ ວຽກກວດກາໂດຍກົງຕາມພາລະບົດບາດໜ້າທີ່ຂອງຕົນ. |
||
| 2008 | ໄດ້ມີຂໍ້ກຳນົດຂອງຄະນະພັກກະຊວງສຶກສາທິການສະບັບເລກທີ 32/ຄພສ/2008 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະ ການກວດກາກະຊວງສຶກສາທິການ ແລະ ອີງໃສ່ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 62/ນຍ, ລົງວັນທີ 7/4/2008 ວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສຶກສາທິການ, ໄດ້ປ່ຽນຊື່ຈາກຄະນະກວດກາການສຶກສາ ມາເປັນກົມກວດກາ ກະຊວງສຶກສາທິການ, ໃນນັ້ນ ມີຫົວໜ້າກົມກວດກາ 1 ທ່ານ, ຮອງ ຫົວໜ້າກົມ 2 ທ່ານ, ປະກອບດ້ວຍ 4 ພະແນກ ຄື: ພະແນກກວດກາພັກ, ພະແນກກວດກາ ການສຶກສາ, ພະແນກຕ້ານການສໍ້ລາດບັງຫຼວງ ແລະ ພະແນກບໍລິຫານ. ປະຈຸບັນກົມກວດກາ ມີພະນັກງານກດກາທັງໝົດ 15 ທ່ານ |
||
| 2009 | ລັດຖະມົນຕີວ່າການກະຊວງສຶກສາທິການ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 3499/ສສ.ຈຕ/2009. ລົງວັນທີ 29 ຕຸລາ 2009 ວ່າດ້ວຍການສ້າງຕັ້ງຫ້ອງການຕິດຕາມ ແລະ ປະເມີນຜົນການສຶກສາ. ຫ້ອງການດັ່ງກ່າວ ເປັນກົງຈັກບໍລິຫານຂອງກົມກວດກາ ກະຊວງສຶກສາທິການ. ປະຈຸບັນ ກົມກວດກາ ມີພະນັກງານກດກາທັງໝົດ 21 ທ່ານ. ປະກອບມີຫົວໜ້າກົມກວດກາ 1 ທ່ານ, ຮອງ ຫົວໜ້າກົມ 2 ທ່ານ, ປະກອບດ້ວຍ 4 ພະແນກ ຄື: ພະ ແນກບໍລິຫານ, ພະແນກກວດກາພັກ, ພະແນກກວດກາການສຶກສາ, ພະແນກຕ້ານການສໍ້ລາດບັງຫຼວງ ແລະ 1 ຫ້ອງການ ຄື: ຫ້ອງການຕິດຕາມ ແລະ ປະເມີນຜົນການສຶກສາ. |
||
| 2010 | ລັດຖະມົນຕີວ່າການກະຊວງສຶກສາທິການ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 770/ສສ.ຈຕ/2010. ລົງວັນທີ 01 ເມສາ 2010 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງລະບົບຕິດຕາມ ແລະ ປະເມີນຜົນ ໃນຂະແໜງການສຶກສາ. |
||
© All right reserve. 2010 DOI.
ຫ້ອງການຕິດຕາມ ແລະ ປະເມີນຜົນການສຶກສາ. Tel./Fax: 021-216559
ສົ່ງຄໍາຕິຊົມໄດ້ທີ່ doimoe@hotmail.com