Who's Online

We have 24 guests online


Activities

ຝຶກອົບຮົມການນຳໃຊ້ຄອມພິວເຕີໃຫ້ແກ່ 23 ເມືອງ ຂອງ 2 ແຂວງ ສະຫວັນນະເຂດ ແລະ ສາລະວັນ. 

   ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານສະຖິຕິຂັ້ນເມືອງ ໃຫ້ມີຄວາມຮູ້ຄວາມສາມາດໃນການ ປົກປັກຮັກສາຄອມພິວເຕີ, ການຕິດຕັ້ງຊ໋ອບແວ, ການນຳໃຊ້ອິນເຕິເນັດ ແລະ ການປ້ອນຂໍ້ມູນ ໃຫ້ມີ ຄວາມຖືກຕ້ອງ ແລະ ຊັດເຈນຖືກຕ້ອງກັບສະພາບຄວາມເປັນຈິງ ດັ່ງນັ້ນທາງສູນສະຖິຕິ-ເຕັກໂນໂລຊີ ຂ່າວສານການສຶກສາ ຈຶ່ງໄດ້ຈັດການຝຶກອົບຮົມກາປົກປັກຮັກສາຄອມພິວເຕີ, ການຕິດຕັ້ງຊອບແວ, ການນຳໃຊ້ອິນເຕີເນັດ ແລະ ການປ້ອນຂໍ້ມູນໃຫ້ພະນັກງານວິຊາການ 23 ເມືອງ ຂອງ 2 ແຂວງ ສະຫວັນນະເຂດ ແລະ ສາລະວັນ.
Read more...
 

ກອງປະຊຸມຝຶກອົບຮົມຄູຝຶກຂັ້ນແຂວງ/ເມືອງກ່ຽວກັບການນຳໃຊ້ຮ່າງເກັບກຳສະຖິຕິສະບັບປັບປຸງໃໝ່ ຊັ້ນປະຖົມ ແລະ ອະນຸບານສຶກສາ ພ້ອມຮ່າງບົດລາຍງານຂັ້ນໂຮງຮຽນໃຫ້ແກ່ 3 ແຂວງ ນະຄອນຫຼວງ, ວຽງຈັນ ແລະ ໄຊຍະບູລີ. 

   ສູນສະຖິຕິ-ເຕັກໂນໂລຊີຂ່າວສານການສຶກສາ ພ້ອມດ້ວຍຄະນະພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ຮ່າງເກັບກຳ ສະຖິຕິ ທີ່ ປັບປຸງໃໝ່ຂອງຊັ້ນປະຖົມ ແລະ ອະນຸບານສຶກສາ ແລະ ຮ່າງບົດລາຍງານ ຂັ້ນໂຮງຮຽນໃຫ້ແກ່ 3 ແຂວງ ທີ່ເມືອງ ວັງວຽງ ແຂວງວຽງຈັນ ຄັ້ງວັນທີ 31/10-04/11/2011. ໂດຍການເປັນປະທານຂອງທ່ານ ອິນໂຖ ວິໄລສານ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງວຽງຈັນ ແລະ ທ່ານ ຄຳມູນ ທອງແສງ ຮອງຜູ້ອຳນວຍການ ສູນສະຖິຕິ-ເຕັກໂນໂລຊີຂ່າວສານການສຶກສາ.
Read more...
 

ກອງປະຊຸມກະກຽມບັນດາຕົວຊີ້ບອກປະກອບໃສ່ຖານຂໍ້ມູນລາວອິດູອິນໂຟ (lao Eduinfo)

 

   ລາວອິດູອິນໂຟແມ່ນໂປຣແກຣມໜຶ່ງທີ່ໃຊ້ໃນການສ້າງຖານຂໍ້ມູນໂດຍພັດທະນາມາຈາກ Devinfo 6.0 ເຊິ່ງໃນ ຊອບແວ໌ກໍ່ມີການສ້າງຕາຕະລາງ, ການສ້າງແຜນທີ່, ການສ້າງເສັ້ນ ສະແດງ ສາມາດສະແດງຂໍ້ມູນໄດ້ຢ່າງສະດວກໂດຍການໃຊ້ຕົວຊີ້ບອກເຂົ້າໃນການຄົ້ນຫາ ຂໍ້ມູນ ແລະ ກໍ່ເປັນໂປຣແກຣມທີ່ງ່າຍໃນການນຳໃຊ້.
Read more...
 

ກອງປະຊຸມຝຶກອົບຮົມ ການສ້າງເວັບໄຊ໌ ໂດຍໃຊ້ຈູມລາ (Joomla!)

 

   ໃນລະຫວ່າງວັນທີ 11-17 ກັນຍາ 2011 ໄດ້ມີກອງປະຊຸມຝຶກອົບຮົມ ການສ້າງເວັບໄຊ໌ ໂດຍໃຊ້ຈູມລາ Joomla! ເຊິ່ງຈັດຂຶ້ນທີ່ ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍ ການເປັນປະທານກ່າວເປີດກອງປະຊຸມຝຶກອົບຮົມໃນຄັ້ງນີ້ແມ່ນ ທ່ານ ຄຳມູນ ທອງແສງ ຮອງຜູ້ອຳນວຍການ ສູນສະຖິຕິ-ເຕັກໂນໂລຊີ ຂ່າວສານການສຶກສາ ງົບປະມານທີ່ໃຊ້ໃນ ການຝຶກອົບຮົມໄດ້ຮັບການສະໜັບສະໜູນຈາກໂຄງການ  ພັດທະນາການສຶກສາໄລຍະ 2 (EDP2-AF).
Read more...
 
ກອງປະຊຸມການສັງລວມຂໍ້ມູນ

ກອງປະຊຸມການສັງລວມຂໍ້ມູນ ເພື່ອວາງແຜນ ການສຶກສາໃຫ້ແກ່ 17 ແຂວງທົ່ວປະເທດ ມີຜູ້ເຂົ້າຮ່ວມທັງໝົດ 51 ທ່ານ ໂດຍນຳໃຊ້ງົບປະມານຂອງໂຄງການ EDP II ໃນຈຳນວນ­ເງິນ 77,941,000 ກີບ 

 
ຈັດຕັ້ງຝຶກອົບຮົມການຕີລາຄາ ສະພາບການສຶກສາ
ໄດ້ຈັດຕັ້ງຝຶກອົບຮົມການຕີລາຄາ ສະພາບການສຶກສາໃຫ້ແກ່ ຄະນະຫ້ອງການສຶກສາເມືອງ
Read more...
 
ການຝຶກອົບຮົມກ່ຽວກັບການຕິດຕັ້ງ ແລະ ບຳລຸງຮັກສາ ຖານຂໍ້ມູນ

ານຝຶກອົບຮົມກ່ຽວກັບການຕິດຕັ້ງ ແລະ ບຳລຸງຮັກສາ ຖານຂໍ້ມູນສະຖິຕິທີ່ໄດ້ປັບປຸງໃໝ່ ໃຫ້ແກ່ວິຊາການສະຖິຕິຂັ້ນແຂວງ

Read more...
 
ກອງປະຊຸມຝຶກອົບຮົມການຝຶກອົບຮົມການປ້ອນຂໍ້ມູນ
ກອງປະຊຸມຝຶກອົບຮົມການຝຶກອົບຮົມການປ້ອນຂໍ້ມູນ ປະຈຳປີເຂົ້າໂປຣແກຣມປ້ອນຂໍ້ມູນໃໝ່ ໃຫ້ແກ່:
Read more...
 
ກອງປະຊຸມຝຶກອົບຮົມການນຳໃຊ້ຄອມພິວເຕີ

ກອງປະຊຸມຝຶກອົບຮົມການນຳໃຊ້ຄອມພິວເຕີ (Microsoft  Office 2007) ໃຫ້ແກ່ພະນັກງານວິຊາການ ຂັ້ນແຂວງ ແລະ ເມືອງ ຂອງແຂວງ:

Read more...
 
ກອງປະຊຸມຝຶກອົບຮົມ ຂັ້ນຫົວໜ້າໝວດໂຮງຮຽນ (ແຂວງ ສະຫວັນນະເຂດ)

ກອງປະຊຸມຝຶກອົບຮົມ ຂັ້ນຫົວໜ້າໝວດໂຮງຮຽນ ປະຖົມສົມບູນ / ອະນຸບານ ກ່ຽວກັບການປະກອບຂໍ້ມູນໃສ່ຮ່າງເກັບກຳຂໍ້ມູນປະຈຳປີ ແລະ ຖານຂໍ້ມູນປະຈຳໂຮງຮຽນ / ບ້ານ

Read more...
 
ກອງປະຊຸມຝຶກອົບຮົມ ຂັ້ນຫົວໜ້າໝວດໂຮງຮຽນ (ແຂວງ ຈຳປາສັກ)

ກອງປະຊຸມຝຶກອົບຮົມ ຂັ້ນຫົວໜ້າໝວດໂຮງຮຽນ ປະຖົມສົມບູນ / ອະນຸບານ ກ່ຽວກັບການປະກອບຂໍ້ມູນໃສ່ຮ່າງເກັບກຳຂໍ້ມູນປະຈຳປີ ແລະ ຖານຂໍ້ມູນປະຈຳໂຮງຮຽນ / ບ້ານ

Read more...
 
<< Start < Prev 1 2 3 Next > End >>

Page 1 of 3