Who's Online

We have 24 guests online


ກອງປະຊຸມກະກຽມບັນດາຕົວຊີ້ບອກປະກອບໃສ່ຖານຂໍ້ມູນລາວອິດູອິນໂຟ (lao Eduinfo)

 

   ລາວອິດູອິນໂຟແມ່ນໂປຣແກຣມໜຶ່ງທີ່ໃຊ້ໃນການສ້າງຖານຂໍ້ມູນໂດຍພັດທະນາມາຈາກ Devinfo 6.0 ເຊິ່ງໃນ ຊອບແວ໌ກໍ່ມີການສ້າງຕາຕະລາງ, ການສ້າງແຜນທີ່, ການສ້າງເສັ້ນ ສະແດງ ສາມາດສະແດງຂໍ້ມູນໄດ້ຢ່າງສະດວກໂດຍການໃຊ້ຕົວຊີ້ບອກເຂົ້າໃນການຄົ້ນຫາ ຂໍ້ມູນ ແລະ ກໍ່ເປັນໂປຣແກຣມທີ່ງ່າຍໃນການນຳໃຊ້.

   ເພື່ອຢາກໃຫ້ໄດ້ຖານຂໍ້ມູນໂດຍການປ້ອນຂໍ້ມູນເຂົ້າໄປເກັບໄວ້ ແລະ ນຳໃຊ້ເປັນຕົວເກັບຂໍ້ມູນຕ່າງໆເພື່ອກຽມພ້ອມ ສະເໜີໃນຮູບແບບຕົວຊີ້ບອກ. ສູນສະຖິຕິ-ເຕັກໂນໂລຊີຂ່າວສານ ການສຶກສາ ໄດ້ຈັດກອງປະຊຸມກ່ຽວກັບການກະກຽມ ບັນດາຕົວຊີ້ບອກເພື່ອປະກອບໃສ່ຖານຂໍ້ມູນດ້ວຍໂປຣແກຣມລາວອິນໂຟ ເພື່ອຕິດຕາມການປະຕິບັດງານຂອງ ESDF, EFA ແລະ MDG, ກອງປະຊຸມໄດ້ຈັດຂື້ນໃນວັນທີ 5-9/10/2011 ຢູ່ທີ່ສູນບຳລຸງຄູພາກກາງວັງວຽງ ເມືອງວັງວຽງ ແຂວງ ວຽງຈັນ. ໂດຍມີຜູ້ເຂົ້າຮ່ວມທັງໝົດ 12 ທ່ານ ເປັນຍິງຢູ່ 4 ທ່ານ ໃນນັ້ນມີທັງຫົວໜ້າພະແນກ, ພະນັກງານວິຊາ ການພາຍໃນສູນສະຖິຕິ-ເຕັກໂນໂລຊີຂ່າວສານ ການສຶກສາ ແລະ ພະນັກງານວິຊາການຈາກໂຄງການແຜນງານ ກໍ່ໃຫ້ ກຽດເຂົ້າຮ່ວມໂດຍມີລາຍຊື່ດັ່ງລຸ່ມນີ້:

1.   ທ່ານ ສົມຂັນ ດີດາຣາວົງ ຜູ້ອຳນວຍການ ສູນສະຖິຕິ-ເຕັກໂນໂລຊີຂ່າວສານ ການສຶກສາ
2.   ທ່ານ ພູເຂົາກ້າ ສັກລໍຄຳ ຫົວໜ້າພະແນກ IT
3.   ທ່ານ ນາງ ມະໂນລາ ມາດມະນີສອນ ຮອງຫົວໜ້າພະແນກສະຖິຕິ
4.   ທ່ານ ສັນຈອນ ສິງພອນແສງ ວິຊາການສະຖິຕິ
5.   ທ່ານ ນາງ ສີອຳພອນ ແສງສຸໄລວັນ ວິຊາການສະຖິຕິ
6.   ທ່ານ ສຸກສາຄອນ ສຸລິວົງ ວິຊາການສະຖິຕິ
7.   ທ່ານ ສອນຄຳ ນາມລຳມູນ ວິຊາການ IT
8.   ທ່ານ ສຸລິຍະ ໄຊຍະສິນ ວິຊາການ IT
9.   ທ່ານ ນາງ ແສງເພັດ ສີລັດຕະນະກຸນ ວິຊາການ IT
10. ທ່ານ ວິລະສອນ ດວງມະນີວົງ ວິຊາການພະແນກບໍລິຫານ
11. ທ່ານ ນາງ ຄີງຄຳ ໄຊປັນຍາ ວິຊາການພະແນກບໍລິຫານ
12. ທ່ານ ນິນທະລາ ວິຊາການໂຄງການແຜນງານ (ECU)

   ໂດຍການເປັນປະທານຂອງທ່ານ ສົມຂັນ ດີດາຣາວົງ ຜູ້ອຳນວຍການ ສູນສະຖິຕິ-ເຕັກໂນໂລຊີຂ່າວສານ ການສຶກສາ ກໍ່ໄດ້ກ່າວໃນທີ່ກອງປະຊຸມວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປ້ອນຂໍ້ມູນໃສ່ໃນຖານຂໍ້ມູນ ໂດຍເນັ້ນການ ປະຕິບັດຕົວຈິງ ແນະນຳວິທີເອົາຂໍ້ມູນເຂົ້າ ແລະ ຄັດເລືອກເອົາຕົວຊີ້ບອກວ່າເຮົາຈະໃຊ້ຕົວຊີ້ບອກຕົວໃດໃນການປ້ອນ ຂໍ້ມູນໃສ່. ໃນປັດຈຸບັນເຮົາໄດ້ນຳໃຊ້ໂປແກຣມ Devinfo V 6.0 ແລະ ໃນອານາຄົດຕໍ່ໜ້າເຮົາກໍຈະໄດ້ມີການພັດທະນາ ແລະ ປັບປຸງມາເປັນ Devinfo V 7.0 ເຊິ່ງເຮົາຈະໄດ້ພັດທະນາໃນ di monitoring ທີ່ເປັນ software ໃນເຄືອຂ່າຍ devinfo ຊື່ງເຮົາຈະໄດ້ສ້າງ ແລະ ພັດທະນາອີກຕໍ່ໄປ.