|
ກອງປະຊຸມຝຶກອົບຮົມຄູຝຶກຂັ້ນແຂວງ/ເມືອງກ່ຽວກັບການນຳໃຊ້ຮ່າງເກັບກຳສະຖິຕິສະບັບປັບປຸງໃໝ່ ຊັ້ນປະຖົມ ແລະ ອະນຸບານສຶກສາ ພ້ອມຮ່າງບົດລາຍງານຂັ້ນໂຮງຮຽນໃຫ້ແກ່ 3 ແຂວງ ນະຄອນຫຼວງ, ວຽງຈັນ ແລະ ໄຊຍະບູລີ.
 |
ສູນສະຖິຕິ-ເຕັກໂນໂລຊີຂ່າວສານການສຶກສາ ພ້ອມດ້ວຍຄະນະພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ຮ່າງເກັບກຳ ສະຖິຕິ ທີ່ ປັບປຸງໃໝ່ຂອງຊັ້ນປະຖົມ ແລະ ອະນຸບານສຶກສາ ແລະ ຮ່າງບົດລາຍງານ ຂັ້ນໂຮງຮຽນໃຫ້ແກ່ 3 ແຂວງ ທີ່ເມືອງ ວັງວຽງ ແຂວງວຽງຈັນ ຄັ້ງວັນທີ 31/10-04/11/2011. ໂດຍການເປັນປະທານຂອງທ່ານ ອິນໂຖ ວິໄລສານ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງວຽງຈັນ ແລະ ທ່ານ ຄຳມູນ ທອງແສງ ຮອງຜູ້ອຳນວຍການ ສູນສະຖິຕິ-ເຕັກໂນໂລຊີຂ່າວສານການສຶກສາ. |
ກອງປະຊຸມຝຶກອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມ ຈາກນະຄອນຫຼວງວຽງຈັນ 20 ທ່ານ ເປັນຍິງ 8 ທ່ານ, ຈາກແຂວງ ວຽງຈັນ 28 ທ່ານເປັນຍິງ 6 ທ່ານ, ຈາກແຂວງໄຊຍະບູລີ 24 ທ່ານ ເປັນຍິງ 2 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພຶ່ອໃຫ້ໄດ້ບັນດາຂໍ້ມູນທີ່ມີຄວາມຈຳເປັນຈະຕ້ອງເກັບກຳໃຫ້ມີຄວາມ ຄົບຖ້ວນໃນການ ຈົດໃສ່ຮ່າງເກັບກຳສະຖິຕິສະບັບປັບປຸງໃໝ່ ແລະ ພຽງພໍໃນການວາງແຜນການພັດທະນາການສຶກສາ ໃນສະເພາະໜ້າໃນແຕ່ລະຂັ້ນ ໃຫ້ແທດເໝາະກັບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ ແລະ ສາມາດປະຕິບັດໄດ້ຢ່າງ ເປັນລະບົບ.
ການຝຶກອົບຮົມໃນຄັ້ງນີ້ ແມ່ນການແລກປ່ຽນຄວາມຮູ້ຄວາມສາມາດກັນລະຫວ່າງ ວິຊາການຂອງແຕ່ລະແຂວງ ໃຫ້ສາມາດຕອບ ສະໜອງໄດ້ຕາມການສຶກສາ ເຊິ່ງມັນຮຽກຮ້ອງໃຫ້ມີການເກັບກຳຕົວເລກສະຖິຕິການສຶກສາ ກັບການຄົ້ນຄວ້າຮ່າງບົດລາຍງານທີ່ ຈຳເປັນ ຈາກຖານຂໍ້ມູນໃນແຕ່ລະຂັ້ນ. ໃນຕອນທ້າຍກໍ່ໄດ້ມີການສົນທະນາແກ້ໄຂບັນຫາໃຫ້ມີຄວາມເຂົ້າໃຈກັນລະຫວ່າງນັກສຳມະນາກອນທຸກທ່ານ ອອກຄຳຄິດຄຳເຫັນ ແລະ ຕົກລົງເຫັນດີນຳກັນໝົດທຸກຄົນໃນການປັບປຸງຮ່າງເກັບກຳສະຖິຕິໃນຄັ້ງນີ້.
|