|
ຝຶກອົບຮົມການນຳໃຊ້ຄອມພິວເຕີໃຫ້ແກ່ 23 ເມືອງ ຂອງ 2 ແຂວງ ສະຫວັນນະເຂດ ແລະ ສາລະວັນ.
 |
ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານສະຖິຕິຂັ້ນເມືອງ ໃຫ້ມີຄວາມຮູ້ຄວາມສາມາດໃນການ ປົກປັກຮັກສາຄອມພິວເຕີ, ການຕິດຕັ້ງຊ໋ອບແວ, ການນຳໃຊ້ອິນເຕິເນັດ ແລະ ການປ້ອນຂໍ້ມູນ ໃຫ້ມີ ຄວາມຖືກຕ້ອງ ແລະ ຊັດເຈນຖືກຕ້ອງກັບສະພາບຄວາມເປັນຈິງ ດັ່ງນັ້ນທາງສູນສະຖິຕິ-ເຕັກໂນໂລຊີ ຂ່າວສານການສຶກສາ ຈຶ່ງໄດ້ຈັດການຝຶກອົບຮົມກາປົກປັກຮັກສາຄອມພິວເຕີ, ການຕິດຕັ້ງຊອບແວ, ການນຳໃຊ້ອິນເຕີເນັດ ແລະ ການປ້ອນຂໍ້ມູນໃຫ້ພະນັກງານວິຊາການ 23 ເມືອງ ຂອງ 2 ແຂວງ ສະຫວັນນະເຂດ ແລະ ສາລະວັນ. |
ກອງປະຊຸມໄດ້ຈັດຂຶ້ນທີ່ສູນເມືອງ ໄກສອນ ແຂວງ ສະຫວັນນະເຂດ ແຕ່ວັນທີ 12-17/12/2011 ໂດຍມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານເປັນຍິງ 15 ທ່ານ ລວມມີຄະນະຮັບຜິດຊອບກອງປະຊຸມ 7 ທ່ານ ຍິງ 1 ທ່ານ ແລະ ນັກສຳມະນາກອນທັງໝົດ 48 ທ່ານ ຍິງ 11 ທ່ານ ພະນັກງານຊ່ວຍວຽກທັງໝົດ 5 ທ່ານ ເປັນຍິງ 3 ທ່ານ ພາຍໃຕ້ການເປັນປະທ່ານຂອງທ່ານ ບຸນຍົງ ຈະລິຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ ແລະ ທ່ານ ຄຳມູນ ທອງແສງ ຮອງຜູ້ອຳນວຍການ ສູນສະຖິຕິ-ເຕັກໂນໂລຊີຂ່າວສານການສຶກສາ.
ຈຸດປະສົງທີ່ຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງໃຫ້ພະນັກງານຂັ້ນແຂວງຂັ້ນເມືອງ ໃຫ້ມີຄວາມຮູ້ຄວາມສາມາດໃນການນຳໃຊ້ຄອມ ພິວເຕີເພື່ອນຳໄປໃຊ້ເຂົ້າໃນວຽກງານສະຖິຕິໃຫ້ມີຄວາມຖືກຕ້ອງ ແລະ ຊັດເຈນທີ່ສຸດ , ຊ່ວຍໃຫ້ການປະສານວຽກງານໂດຍການ ນຳໃຊ້ຄອມພິວເຕີ ໃຫ້ມີຄວາມວ່ອງໄວ ແລະ ສາມາດໃຊ້ໃນການແກ້ໄຂບັນຫາຄອມພິວເຕີ້ , ການປ້ອນຂໍ້ມູນທີ່ໃຊ້ເຂົ້າໃນວຽກງານ ສະຖິຕິ. ແລະ ຫົວຂໍ້ໃຫຍ່ທີ່ໄດ້ຝຶກອົບຮົມໃນຄັ້ງນີ້ລວມມີ 7 ຫົວຂໍ້ໃຫຍ່ຄື:
-
ການປົກປັກຮັກສາຄອມພີວເຕີ ແລະ ການຕິດຕັ້ງຊອບແວ
-
ການນຳໃຊ້ໄມໂຄຼຊ໋ອບເວີດ
-
ການນຳໃຊ້ໄມໂຄຼຊ໋ອບ ພາເວີພອຍ
-
ການນຳໃຊ້ໄມໂຄຼຊ໋ອບເອັກແຊວ
-
ການຕິດຕັ້ງ ແລະ ແກ້ໄຂບັນຫາໂປແກຣມຖານຂໍ້ມູນ Lao EMIS
-
ການນຳໃຊ້ໄມໂຄຊ໋ອບເອກແຊວ ເພື່ອຄິດໄລ່ຕົວຊີ້ບອກ
-
ການນຳໃຊ້ອິນເຕີເນັດ ແລະ ອີເມວ
ກ່ອນປິດກອງປະຊຸມ ທ່ານ ບຸນຍົງ ຈະລິຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ ກໍ່ໄດ້ກ່າວ ອວຍພອນ ແລະ ສະແດງຄວາມຂອບໃຈໃຫ້ແກ່ ທ່ານ ຄຳມູນທອງແສງ ຮອງຫົວໜ້າສູນສະຖິຕິເຕັກໂນໂລຊີຂ່າວສານການສຶກສາ ແລະ ບັນດານັກສຳມະນາກອນ ທີ່ໄດ້ຕັ້ງໃຈສຸມໃສ່ການຝຶກອົບຮົມໃນຄັ້ງນີ້ຢ່າງມີປະສິດທິພາບ. |