ໜ້າຫຼັກ ຂ່າວ ນະໂຍບາຍການສືກສາຮຽນຮ່ວມ ແຜນການກຳລັງປະຕິບັດ ແຜນການໃນຕໍ່ໜ້າ ລາຍງານ ພາສາລາວ ພາສາອັງກີດ
ຄວາມສະເໝີພາບຍິງ-ຊາຍໃນການສຶກສາ

ການສຶກສາຊົນເຜົ່າ

ການສຶກສາຜູ້ທີ່ມີຄວາມຕ້ອງການພິເສດ

ກະຊວງສຶກສາທິການ

pageCOVER.jpg

 
 
ສູນການສຶກສາຮຽນຮ່ວມ  

 
 

Inclusive Education Center

page1.2.jpg

 

ຄວາມ​ເປັນ​ມາ
ສູນ​ການ​ສຶກສາ​ຮຽນ​ຮ່ວມ​ ​ປ່ຽນ​ຊື່​ມາ​ຈາກ ສຸນ​ສົ່ງ​ເສີມ​ການ​ສຶກສາ​ແມ່ຍິງ-ຊົນ​ເຜົ່າ-ຜູ້​ພິການ ຕາມ​ດຳລັດ​ຂອງ​ນາຍົກ ລັດຖະມົນຕີ ວ່າ​ດ້ວຍ​ການຈັດ​ຕັ້ງ​ແລະການ​ເຄື່ອນ​ໄຫວ​ກະຊວງ​ສຶກສາ​ທິການ ສະບັບ​ເລກ​ທີ 62/ນຍ, ລົງ​ວັນ​ທີ 07/04/2008 ມາ​ເປັນສູນ​ການ​ສຶກສາ​ຮຽນ​ຮ່ວມຕາມ​ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ ວ່າການ​ກະຊວງ​ສື​ກສາ​ທິການ ສະບັບ​ເລກທີ 2016/ສສ.ຈຕ, ລົງ​ວັນ​ທີ 19/08/2009 ​ເພື່ອ​​​ໃຫ້​ກວມ​ເອົາ​ກຸ່ມ​ດ້ອຍ​​ໂອກາດ​ໃນ​ການ​ເຂົ້າ​ຮຽນ​ທັງ​ໝົດ​ ໄດ້​ເຂົ້າ​ມາ​ຮຽນ​ຮ່ວມ​ກັບ​ຄົນ​ທົ່ວ​ໄປ​ຢ່າງ​ເປັນ​ທຳ.
ທີ່ຕັ້ງ ແລະ ພາລະບົດບາດ
ສູນການສຶກສາຮຽນຮ່ວມ ແມ່ນກົງຈັກບໍລິຫານໃນະບົບ ການຄຸ້ມຄອງ-ບໍລິຫານຂອງກະຊວງສຶກສາທິການເພື່ອຄຸ້ມຄອງ ວຽກງານການສົ່ງເສີມການສຶກສາຮຽນຮ່ວມລະດັບມະຫາພາກໃນຂອບເຂດທົ່ວປະເທດ. ສູນການສຶກສາຮຽນຮ່ວມມີພາລະບົດບາດ ເປັນເສນາທິການໃຫ້ແກ່ກະຊວງສຶກສາທິການ ໃນການຄຸ້ມຄອງ ແລະ ສົ່ງເສີມການສຶກສາໃຫ້ແກ່ກຸ່ມເປົ້າໝາຍ ທີ່ຂາດໂອກາດດ້ານການສຶກສາເຊັ່ນ:ແມ່ຍິງ, ເດັກຍິງ, ຊົນເຜົ່າ, ຜູ້ພິການ ແລະ ຜູ້ທີ່ມີຄວາມຕ້ອງການພິເສດໃຫ້ໄດ້ຮັບການສຶກ ສາຢ່າງທົ່ວເຖິງ.ພ້ອມກັນນັ້ນກໍເສີມສ້າງຄວາມສະເໝີພາບບົດ ບາດຍິງ-ຊາຍໃນລະບົບການສຶກສາ.

 

ໜ້າທີ່

  1. ຫັນເອົາແນວທາງນະໂຍບາຍກ່ຽວກັບຄວາມສະເໝີພາບບົດບາດຍິງ-ຊາຍ, ເດັກຍິງ, ຊົນເຜົ່າ, ຜູ້ພິການ ແລະ ຜູ້ທີ່ມີຄວາມຕ້ອງການພິເສດໃຫ້ກາຍເປັນແຜນຍຸດທະສາດ ເພື່ອໃຫ້ຜູ້ບໍລິຫານການສຶກສາແຕ່ລະຂັ້ນທັງພາກລັດ ແລະ ເອກະຊົນນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
  2. ພັດທະນານະໂຍບາຍແນະນຳສະເພາະເພື່ອສະໜອງ ແລະ ສົ່ງເສີມການສຶກສາແມ່jຍິງ, ເດັກຍິງ, ຊົນເຜົ່າ, ຜູ້ພິການ, ຜູ້ທີ່ມີຄວາມຕ້ອງການພິເສດ ແລະກຸ່ມອື່ນໆ ໃຫ້ນອນຢູ່ໃນ ເປົ້າໝາຍ.
  3. ຄົ້ນຄ້ວາ, ວິໄຈ, ຊຸກຍູ້ສົ່ງເສີມການສຶກສາແມ່ຍິງ, ເດັກຍິງ, ຊົນເຜົ່າ, ຜູ້ພິການ, ຜູ້ທີ່ມີຄວາມຕ້ອງການພິເສດໃຫ້ໄດ້ຮັບ ການສຶກສາທີ່ມີຄຸນນະພາບ ແລະ ເທົ່າທຽມກັນ.
  4. ເສີມສ້າງຄວາມສາມາດຂອງບຸກຄະລາກອນໃນການເຊື່ອມ ບົດບາດຍິງ-ຊາຍ ເຂົ້າໃນການພັດທະນາຫຼັກສູດ ແລະ ການຈັດການຮຽນການສອນໃນທຸກຊັ້ນ, ທຸກສາຍ ແລະ ທຸກລະບົບ.
  5. ປະສານສົມທົບກັບກົມວິຊາການ, ພາກສ່ວນທີ່ກ່ຽວຂ້ອງຂັ້ນ ສູນກາງ ແລະ ທ້ອງຖິ່ນເພື່ອຈັດຕັ້ງການຮຽນຮ່ວມໃຫ້ແກ່ ກຸ່ມເປົ້າໝາຍເພື່ອບັນລຸການສຶກສາໝົດທຸກຄົນໃນປີ 2015.
  6. ເກັບກຳ, ເຜີຍແຜ່ ແລະສະໜອງຂໍ້ມູນຂ່າວສານຕ່າງໆເພື່ອ ສົ່ງເສີມການສຶກສາຮຽນຮ່ວມໃນທົ່ວປະເທດ ແລະ ສາກົນ ຕາມການເຫັນດີຂອງຂັ້ນເທິງ.
  7. ສ້າງເຄືອຂ່າຍ, ປະສານສົມທົບກັບກົມວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອສະໜອງ, ສົ່ງເສີມການສຶກສາ ໃຫ້ແກ່ກຸ່ມເປົ້າໝາຍການສຶກສາຮຽນຮ່ວມທຸກກຸ່ມ.
  8. ຊີ້ນຳ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການເຊື່ອມ ບົດບາດຍິງ-ຊາຍ, ເອົາໃຈໃສ່ການສຶກສາຊົນເຜົ່າ, ແມ່ຍິງ, ເດັກຍິງ, ຜູ້ພິການ ແລະ ຜູ້ທີ່ມີຄວາມຕ້ອງການພິເສດ ເຂົ້າໃນຫຼັກສູດ ແລະສື່ການຮຽນ ການສອນ.
  9. ສົມທົບກັບກົມຈັດຕັ້ງ ແລະ ພະນັກງານ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ໃນການວາງແຜນພັດທະນາ ບຸກຄະລາກອນ ແລະ ເພີ່ມບຸກຄະລາກອນຍິງ ແລະ ຊົນເຜົ່າໃນທຸກລະດັບ.
  10. ສົມທົບກັບສູນຮັບປະກັນຄຸນນະພາບ ເພື່ອກຳນົດມາດຕະ ຖານສະເພາະໃນການສົ່ງເສີມການສຶກສາຮຽນຮ່ວມໃຫ້ມີ ໂອກາດໄດ້ຮັບການສຶກສາຢ່າງທົ່ວເຖິງ.
  11. ສົມທົບກັບສູນສະຖິຕິຂໍ້ມູນຂ່າວສານການສຶກສາໃນການ ສຳຫຼວດເກັບກຳຂໍ້ມູນສະຖິຕິແຍກເພດ ຕາມກຸ່ມພາສາຊົນ ເຜົ່າ, ແມ່ຍິງ, ເດັກຍິງ, ຜູ້ພິການ ແລະ ຜູ້ທີ່ມີຄວາມຕ້ອງ ການພິເສດແຕ່ລະປີ ເພື່ອຮັບໃຊ້ເຂົ້າໃນການວາງແຜນໃຫ້ ສອດຄ່ອງໃນແຕ່ລະໄລຍະ.
  12. ຊີ້ນຳ ແລະ ຄຸ້ມຄອງໂຮງຮຽນກິນນອນຊົນເຜົ່າທີ່ຂຶ້ນກັບ ກະຊວງສຶກສາທິການ ແລະ ຕິດຕາມຊຸກຍູ້ບັນດາໂຮງຮຽນ ກິນນອນຊົນເຜົ່າທີ່ຂຶ້ນກັບແຂວງ.
  13. ປະຕິບັດໂຄງການຮ່ວມມືຕ່າງໆ ເພື່ອສົ່ງເສີມການສຶກສາ ແມ່ຍິງ, ເດັກຍິງ, ຊົນເຜົ່າ, ຜູ້ພິການ ແລະ ຜູ້ທີ່ມີຄວາມ ຕ້ອງການພິເສດຕາມການມອບໝາຍ ຂອງກະຊວງສຶກສາ ທິການ.
  14. ໂຄສະນາ, ເຜີຍແຜ່, ແນະນຳ, ຊຸກຍູ້ ຕິດຕາມ ກວດກາ ບັນດາຂະແໜງການສຶກສາ ໃນການຈັດຕັ້ງປະຕິບັດແນວ ທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງລັດ, ພ້ອມທັງສົນທິສັນຍາ ສາກົນທີ່ກ່ຽວຂ້ອງດ້ານສິດທິ, ຜົນປະໂຫຍດ ແລະ ຄວາມ ກ້າວໜ້າຂອງແມ່ຍິງ ໃນວຽກງານການສຶກສາ.
  15. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງລັດຖະມົນ ຕີວ່າການກະຊວງສຶກສາທິການ.

ໂຄງຮ່າງການຈັດຕັ້ງ ຂອງສູນ

ພະແນກ
ການສຶກສາເດັກທີ່ມີ ຄວາມຕ້ອງການພິເສດ

 

page2.jpg

  

 

 

 

 

ຕິດຕໍ່ພວກເຮົາ: Email.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

Top Middle