Language Selection



ວັນຄູແຫ່ງຊາດລາວ

 

ປະຫວັດຄວາມເປັນມາຂອງຄູຢູ່ໃນປະເທດລາວ
   ມວນມະນຸດໄດ້ດຳເນີນການພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ສັງຄົມມະນຸດ ໄດ້ມີການປ່ຽນຈາກລະບອບສົງຄົມນີ້ ໄປສູ່ລະບອບສັງຄົມອື່ນ, ໃນຂະບວນວິວັດພັດທະນາການດັ່ງກ່າວ ຄູໄດ້ມີ ບົດບາດປະກອບສ່ວນອັນສຳຄັນທີ່ບໍ່ມີໃຜ ແລະ ຊັ້ນຄົນໃດ ຈະປະຕິເສດໄດ້, ສະນັ້ນ ຈຶ່ງຂໍຍົກບັນຫາມາຕັ້ງຂື້ນວ່າ: ຄົນແນວໃດຈຶ່ງເອີ້ນວ່າຄູ.
   ຄຳວ່າຄູແມ່ນຄຳເວົ້າທີ່ສືບທອດກັນຫລາຍເຊັ່ນຄົນມາແລ້ວ, ຄູໝາຍເຖິງຄົນທີ່ມີຄວາມຮູ້ ແລະ ປະສົບການຊຶ່ງຜູ້ນັ້ນ ສາມາດນຳໄປຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນ ໄປສູ່ຜູ້ອື່ນໆ ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ ເອີ້ນວ່າ: ການສອນ ແລະ ການຮຽນ.
   ນິຍາມຄຳວ່າ “ ຄູ “ ຄູແມ່ນບຸກຄະລາກອນທີ່ປະຕິບັດໜ້າທີ່ສິດສອນ, ສຶກສາອົບຮົມນັກຮຽນ - ນັກສຶກສາ ໃນໂຮງຮຽນ, ສູນ ແລະ ສະຖານທີ່ການສຶກສາຕ່າງໆ.
   ສຳລັບປະເທດລາວເຮົາເມື່ອເວົ້າເຖິງການສອນ-ການຮຽນ ຫລື ເວົ້າລວມແມ່ນການສຶກສາ ຖ້າຈະປຽບທຽບ ບາດກ້າວເລີ່ມຕົ້ນຂອງພວກເຮົາ ກັບການຂະຫຍາຍຕົວຂອງໂລກ ໃນເວລານັ້ນພວກເຮົາຍັງຢູ່ຫ່າງໄກຈາກໂລກ ຫລາຍທີ່ສຸດ. ຕົວຢ່າງ: ບັນດາປະເທດເອີລົບຕາເວັນຕົກເຊັ່ນ: ອັງກິດ ແລະ ຝລັ່ງ ໃນສະຕະວັດທີ XII ປະຊາຊົນໄດ້ຫັນຈາກການກະສິກຳການມາຍືດຖືອາຊີບການຄ້າ, ເກີດມີໂຕເມືອງການຄ້າ ແລະ ໂຕເມືອງ ອຸດສາຫະກຳແລ້ວ. ກົງກັນຂ້າມຢູ່ປະເທດລາວຂອງພວກເຮົາ ໃນສະຕະວັດທີ XIV ເຈົ້າຟ້າງຸ່ມກະສັດອົງທຳອິດ ຂອງລາວ ພຽງແຕ່ໄດ້ນຳເອົາສາດສະໜາພຸດເຂົ້າມາເຜີຍແຜ່, ເຮັດໃຫ້ປະເທດລາວມີວັດວາອາຣາມ ຊຶ່ງຖືວ່າເປັນໂຮງຮຽນແຫ່ງທຳອິດສຳລັບເດັກນ້ອຍລາວ, ອາດເວົ້າໄດ້ວ່າ ອິດທິພົນທາງສາດສະໜາ ໄດ້ສົ່ງຜົນສະທ້ອນເຖິງພໍ່ແມ່ ແລະ ເດັກນ້ອຍລາວສູງທີ່ສຸດ ແລະ ແກ່ຍາວມາເປັນເວລາຫລາຍຮ້ອຍປີ ດັ່ງທີ່ສະແດງໃຫ້ເຫັນໄດ້ໃນເບື້ອງຕົ້ນ ພໍ່ແມ່ເປັນຄູເພື່ອສິດສອນລູກເຕົ້າຂອງຕົນຢູ່ໃນຄອບຄົວ ໂດຍເອົາປະສົບການ ຂອງຕົນຢູ່ໃນວຽກງານປະຈຳວັນ, ຂະນົບທຳນຽມຕາມຄວາມເຊື່ອຖືມາເປັນການສຶກສາລູກເພື່ອເປົ້າໝາຍກໍ່ສ້າງລູກ ໃຫ້ຮູ້ຈັກອອກແຮງງານ, ການເປັນຜູ້ສືບທອດທີ່ບໍລິສຸດຂອງພໍ່ແມ່ຕາມຄວາມເຊື່ອຖື.
   ເປົ້າໝາຍສູງໄປກວ່ານັ້ນ ກໍແມ່ນສົ່ງລູກເຂົ້າໄປບວດ ຫລືເປັນສັງກະລີຢູ່ໃນວັດ ເພື່ອຮ່ຳຮຽນຂຽນອ່ານ, ຮຽນຮູ້ທຸກວິຊາ ແລະ ລິດເດດມົນຄາຖາ ໂດຍແມ່ນຄູບາ-ອາຈານ ເປັນຜູ້ສອນ ແລະ ສົ່ງຄວາມຮູ້ ເຊັ່ນ: ຈະລິຍະທຳ, ການວາດແຕ້ມ, ການປັ້ນ, ການຄວັດລາຍລະບາຍສີ, ຢາພື້ນເມືອງ, ວິຊາອາຄົມ ຕະຫລອດເຖິງວິໄນຕ່າງໆ ທີ່ພະພຸດທະເຈົ້າ ໄດ້ກ່າວໄວ້ເປັນຄຳສັ່ງສອນ. ຮູບການຮຽນ-ການສອນຢູ່ວັດ ເວລານັ້ນ ບໍ່ທັນໄດ້ກ່າວເຖິງຊັ້ນ ແລະ ລະດັບສຳລັບຜູ້ຮຽນ ແຕ່ຖືເອົາຊັ້ນຈາກການບວດມາເປັນການຕີລາຄາ ເຖິງລະດັບຄວາມຮູ້. ພາຍຫຼັງພວກລ່າເມືອງຂື້ນ ຝລັ່ງເສດຍຶດຄອງລາວໃນປີ 1893 ເປັນຕົ້ນມາ ພວກເຂົາບໍ່ໄດ້ເອົາໃຈໃສ່ເຖິງການຂະຫຍາຍໂຮງຮຽນ ຢູ່ໃນປະເທດລາວ ພໍເທົ່າໃດ ? ມາເຖິງປີ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ສອງແຫ່ງຄື: ຫລວງພະບາງ ແລະ ວຽງຈັນ. ຄົນລາວທີ່ໄດ້ເຂົ້າຮຽນ ແມ່ນມີໜ້ອຍເຕັມທີ. ໃນຈຳນວນດັ່ງກ່າວ ໄດ້ມີຄົນລາວຊື່ ທ້າວ ຄຳ ໄດ້ຈົບຫ້ອງທີ 1 ( ປ 6 )
   ປີ 1907 ທ້າວ ຄຳ ໄດ້ເຂົ້າຮ່ວມຮັບການອົບຮົມຄູ ເຊິ່ງຖືວ່າເປັນຄັ້ງທຳອິດ ໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ, ພາຍຫລັງການອົບຮົມສຳເລັດມາເຖິງ ວັນທີ 7 ຕຸລາ 1907 ທ້າວຄຳເລີ່ມເປັນຄູສອນ. ຍ້ອນພວກລ່າເມືອງຂື້ນຝລັ່ງ ເຫັນອິດທິພົນຂອງພະສົງໃນວຽກງານສຶກສາພວກເຂົາຈຶ່ງໄດ້ຫັນນະໂຍບາຍ ເພື່ອຜັນຂະຫຍາຍໂຮງຮຽນໃຫ້ກ້ວາງອອກກວ່າເກົ່າ ດ້ວຍຮູບການເປີດໃຫ້ມີໂຮງຮຽນສ້າງຄູສົງຂື້ນໃນປີ 1907 ທີ່ວັດຈັນ, ເຊິ່ງປະກອບມີພະສົງ 50 ກວ່າອົງໄດ້ເຂົ້າຮຽນ. ທ້າວ ຄຳ ກໍເປັນຄູສອນຢູ່ໂຮງຮຽນສ້າງຄູສົງແຫ່ງນັ້ນ. ຍ້ອນຈິດໃຈຮັກຊາດຂອງນາຍຄູຄຳ ໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງ ນາຍຄູຄຳ ໄດ້ເອົາໃຈໃສ່ສຶກສາໃຫ້ພະສົງທີ່ຈະເປັນຄູໃຫ້ມີຄວາມຮັກຊາດ, ບໍ່ໃຫ້ຊາດລາວເຊື່ອມເສຍເປັນສັນຊາດຝລັ່ງ. . . .ຍ້ອນພະສົງໄດ້ຮັບການສຶກສາອົບຮົມຢູ່ໃນໂຮງຮຽນຄືເຊັ່ນນັ້ນພາຍຫລັງທີ່ພວກເພີ່ນຈົບການອົບຮົມຄູແລ້ວ, ກໍໄດ້ມີພະສົງຫລາຍອົງບໍ່ໄປເປັນຄູເພື່ອຮັບໃຊ້ນະໂຍບາຍການສຶກສາ ຂອງພວກລ່າເມືອງຂື້ນຝລັ່ງ.
  • ປີ 1913 ຄູ ຄຳ ໄດ້ສອນຢູ່ໂຮງຮຽນ ຕັບໂຟແລງ ( ປີ ເອ ຕັບໂຟແລງ ) ລວມມີຄູລາວ 3 ຄົນ
  • ມາເຖິງກາງເດືອນພະຈິກ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວ ນຳໂດຍ ນາຍຄູ ຄຳ ໄດ້ລະເບີດຂື້ນຢູ່ວຽງຈັນ, ການຕໍ່ສູ້ໄດ້ດຳເນີນໄປຢ່າງຮຸນແຮງ ຄູຄຳ ໄດ້ຖືກຝລັ່ງຈັບ ແລະ ນຳຕົວໄປຂັງຄຸກ, ພາຍຫລັງຖືກຄຸມຂັງໄດ້ໄລຍະໜຶ່ງນາຍຄູຄຳ ໄດ້ໂຕນອອກຈາກຄຸກແລ້ວຂ້າມແມ່ນ້ຳຂອງ ໄປອາໄສຢູ່ນຳພີ່ນ້ອງ ທີ່ບາງກອກ ປະເທດໄທ.
  • ປີ 1949 ນາຍຄູຄຳ ໄດ້ເຈັບປ່ວຍ ແລະ ໄດ້ເສຍຊີວິດຍ້ອນພະຍາດຂອງເພິ່ນຢູ່ທີ່ວັດສີທາລາມ( ປະເທດໄທ ) 
  • ພາຍຫລັງທີ່ປະຊາຊົນລາວລຸກຂື້ນຍຶດອຳນາດ ໃນວັນທີ 12 ຕຸລາ 1945 ເປັນຕົ້ນມາ, ການສຶກສາ ມີລັກສະນະຊາດ ຈຶ່ງຄ່ອຍໆປະກົດຕົວເປັນຮູບເປັນຮ່າງຂື້ນມາ.
  • ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຕ້ານກັບລັດທິລ່າເມືອງຂື້ນແບບໃໝ່ ຂອງຈັກກະ ພັດພາຍນອກຜູ້ຮຸກຮານໄດ້ຮັບໄຊຊະນະ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສະຖາປະນາຂື້ນໃນວັນທີ 2 ທັນວາ 1975 ເຫດການປະຫວັດສາດດັ່ງກ່າວກໍໄດ້ເປັນເງື່ອນໄຂເອື້ອອຳນວຍໃຫ້ແກ່ການສຶກສາຂອງລາວ ໄດ້ຮັບການພັດທະນາ, ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາ ຈາກໂຕເມືອງໄປສູ່ຊົນນະບົດ, ລູກຫລານຂອງປະຊາຊົນບັນດາເຜົ່າ ໄດ້ເຂົ້າຮ່ຳຮຽນຢູ່ໃນໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູ ທີ່ມີນ້ຳໃຈຮັກຫອມປະເທດຊາດ, ມີຄວາມຮູ້ຄວາມສາມາດຊຶ່ງໄດ້ຜ່ານການອົບຮົມມາຈາກຫລາຍປະເທດໃນພາກພື້ນແຫ່ງໂລກຕາເວັນຕົກ, ຕາເວັນອອກ ແລະ ຈາກການຊຸບຫລໍ່ກໍ່ສ້າງ ຢູ່ພາຍໃນປະເທດຢ່າງພຽງພໍ, ເຂົາເຈົ້າເຫລົ່ານັ້ນໄດ້ນຳເອົາຄວາມຮູ້ຄວາມສາມາດ ປະກອບສ່ວນກໍ່ສ້າງປະເທດຊາດ ເພື່ອນຳເອົາຄວາມສົມບູນພູນສຸກ ມາສູ່ປະຊາຊົນບັນດາເຜົ່າ, ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດ ແຫ່ງການພັດທະນາປະເທດຊາດມາແຕ່ລະສະໄໝ, ມາໃນສູ່ມື້ນີ້ປະເທດຊາດຂອງພວກເຮົາໄດ້ມີນັກວິຊາການ, ມີນາຍທະຫານຕຳຫລວດ, ມີນັກກະວີ, ນັກຂຽນ, ນັກປະພັນ, ນັກການເມືອງ ແລະ ນັກທຸລະກິດຜູ້ດີເດັ່ນຫລາຍພໍສົມຄວນ ແລະ ສາມາດຕອບສະໜອງຄວາມຮຽດຮ້ອງຕ້ອງການຂອງປະເທດຊາດ ໃນຂັ້ນພື້ນຖານ ປະເທດຊາດມີກຳລັງແຮງເພື່ອສ້າງສາພັດທະນາເທົ່າໃດ ກໍຍິ່ງເຮັດໃຫ້ສັງຄົມມີຄວາມຈຳເປັນຈະຕ້ອງກຳນົດໃຫ້ທີວັນຄູແຫ່ງຊາດລາວ. ໂດຍກຳນົດເອົາວັນເຂົ້າຮັບລາຊະການເພື່ອເປັນຄູຂອງນາຍຄູຄຳ, ຊຶ່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທຳອິດ ວັນທີ  7 ເດືອນຕຸລາ ເປັນວັນຄູແຫ່ງຊາດ.

ວັນທີ 14/09/2009.

ສີທົງ ພົງວິຈິດ ລາຍງານປະຫວັດຄູ