Language Selection



             ອາຊີບຂອງຂ້ອຍ !

* ອາຊີບຂອງຮຽມແທ້ 
ຂານອາສາສິດສອນ       
ອາຊີບນີ້ຮຽມຫຼ້າ    
ແຕ່ຊຸມປີຕໍ່ສູ້
                
ແມ່ນເຮັດວຽກສຶກສາ
ນັກຮຽນໃຫ້ກ້າວໜ້າ
ຮຽນມາແຕ່ໄວໜຸ່ມ
ຕ້ານມານຮ້າຍຕ່າງແດນ.

* ບາດມາເຖິງດຽວນີ້
ແຕ່ຍັງອາວອນເຖິງ
ຄິດເຖິງຍາມຮຽມນີ້
ສອນໝູ່ຊຸມພວກນ້ອງ
.

ຮຽມພົ້ນຈາກການສອນ ແລ້ວເດ!
ວຽກເຮັດມາແຕ່ຄາວກີ້
ຍັງເປັນຄູຜູ້ແໜ້ນໜຸ່ມ
ນັກຮຽນຕົນກໍ່ສ້າງ
ໃຫ້ເສັງໄດ້ຊູ່ຄົນ.
* ຄິດຮອດຄາວຮຽມອ້າຍ
ໃນສະໄໝສົງຄາມ
ສະໄໝນັ້ນຮຽນອ້າຍ 
ຫຼືຜາໃຫຍ່ມີຖ້ຳ 
ສອນຢູ່ເຂດວຽງໄຊ
ຫຼົບຫຼີກຍົນມານຮ້າຍ
ອາໃສຢູ່ຕາມປ່າ
ຮຽມອ້າຍເຂົ້າຢູ່ໃນ.
 * ເຖິງຈະຢູ່ໃນຖ້ຳ
ຍັງຟົດຟື້ນຄືໄຟ
ຖັນແຖວຄູຍັງໄດ້      
ເສັງກັນເປັນແນວໜ້າ 
ແຕ່ແນວຄິດຈິດໃຈ
ທີ່ກຳລັງລາມໄໝ້
ແຂ່ງຂັນກັນສອນເກັ່ງ
ຈັບປືນຂ້າໝູ່ມານ.
* ຍ້ອນຈິດໃຈຟົດຟື້ນ        
ອາວຸດປະຕິການ           
ແຕ່ຕີກັນໃນຄາວນັ້ນ     
ຈົນຕີປົດປ່ອຍໄດ້
.
ແລະອົງອາດກ້າຫານ
ແມ່ນລື່ນເຮົາຫຼາຍຂັ້ນ
ເຮົາມີໄຊທຸກທີ່
ອຳນາດກໍ່ຍາດໄດ້
ໄຊກ້າສະຫງ່າງາມ.
* ພາຍຫຼັງປົດປ່ອຍແລ້ວ
ສືບຕໍ່ເປັນຄູສອນ
ໂຮງຮຽນທີ່ຮຽມແກ້ວ
ສະຖາບັນໃຫຍ່ກ້ວາງ
.
ຮຽມເຂົ້າຢູ່ວຽງຈັນ
ອາຊີບເຄີຍມາແລ້ວ
ສິດສອນແມ່ນດົງໂດກ
ຂອງລາວເຮົາໃນຄາວນັ້ນ
ສ້າງຄູຊັ້ນມະຫາ.
* ຮຽມເຮັດອາຊີບນີ້
ມີນັກຮຽນຫລວງຫຼາຍ
ບາງຄົນເຮັດວຽກກ້າວ
ບາງຄົນໄພເລືອກຂື້ນ
.
ໄດ້ສີ່ສິບກ່ວາປີ ທ່ານເອີຍ!
ຢາຍທົ່ວແດນດ້າວ
ເປັນນາຍພົນຍົດໃຫຍ່
ເປັນຜູ້ນຳເກັ່ງກ້າ
ຕາງໜ້າຢູ່ສະພາ.
* ບາງຄົນຍົດບໍ່ຂື້ນ
ກາຍເປັນວິລະຊົນ
ເປັນໝໍປົວພີ່ນ້ອງ
ເປັນຄູຊ່ວຍກອບກູ້
ແຕ່ເຮັດວຽກດີຫຼາຍ
ໝົດທຸກຄົນຍໍຍ້ອງ
ຢາມເຈັບເປັນໄຂ້ປ່ວຍ
ຍົກຄວາມຮູ້ໃຫ້ປະຊາ.
* ຈັ່ງວ່າສິດຮຽມນີ້
ມີທັງຜູ້ບຳນານ
ໃນຈຳນວນສິດນັ້ນ
ເປັນແມ່ຍິງເກັ່ງກ້າ
ມີຢູ່ທຸກຂະແໜງການ
ແລະການນຳແຕ່ລະຂັ້ນ
ບາງຄົນເປັນເຖົ້າແກ່
ນຳໜ້າໝູ່ປະຊາ.
* ຮຽມຮູ້ສຶກເອກອ້າງ
ໃນດິນແດນສາທາ
ດີໃຈເໜືອນດັ່ງໄດ້
ເໝືອນດັ່ງແມ່ເກີດເກົ້າ
ທີ່ມີສິດທົ່ວອານາ
ຕັ້ງແຕ່ເໜືອເຖິງໃຕ້
ເງິນຄຳເປັນເຖົ້າແກ່
ຕາຍແລ້ວພັດຕ່າວຄືນ.
 * ດີໃຈຫຼາຍທີ່ໄດ້
ພູມປັນຍາວິຊາການ
ທັງປະສົບການພ້ອມ
ສ້າງຄົນລາວສະຫຼາດກ້າ
.
ເສຍສະຫຼະອຸທິດ
ວິທະຍາຄວາມຮູ້
ບົດຮຽນສະໜອງຊາດ
ສາມາດດີເດັ່ນຫ້າວ
ຮຽນກ້າວເກັ່ງສູງ.
* ດີໃຈໄດ້ຫຼໍ່ປັ້ນ
ຊັບພະຍາກອນຄົນ
ເພື່ອເປັນພູມພະລັງໃຫ້
ເປັນທວນໄຟຕໍ່ໄຕ້
.
ຊາວໜຸ່ມຊຸມສະກັນ
ສົ່ງເສີມຂະຫຍາຍຍູ້
ກຳລັງແຮງຍຸກໃໝ່
ປັນຍາໃສສ່ອງຮູ້
ຊູສ້າງຊາດຈະເລີນ.

* ພູມໃຈຢາດເຫື່ອຍ້ອຍ
ເມັດພືດພັນຜະລິດງາມ
ຢາຍທົ່ວເທິງທະລັງພື້ນ
ເກີດໜໍ່ແນວປົ່ງຊ້ອນ
.

ທີ່ຮຽນຖອກເທຫົດ
ໃຫຍ່ສູງສວຍດົ້ວ
ດິນແດນແຫ່ງກຳເນີດ
ນິລັນດອນສືບເຊື້ອ
ເຄືອເຫງົ້າເຜົ່າລາວ ນີ້ແລ້ວ.

 

                     ໂດຍ: ພິມມະສອນ  ເລືອງຄຳມາ