|
ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ປະຈຳປີ 2010.  | ໃນລະຫວ່າງວັນທີ 21-25/06/2010 ຜ່ານມານີ້ ທີ່ໂຮງແຮມ ຮ່ວງຈິງ ເມືອງ ແລະ ແຂວງຫຼວງນ້ຳທາ ໄດ້ເປີດກອງປະຊຸມ ຜູ້ບໍລິຫານການສຶກສາທົ່ວປະເທດ ປະຈຳປີ 2010 ຂື້ນ, ໃຫ້ກຽດເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີພະນະທ່ານ ສົມສະຫວາດ ເລັ່ງສະຫວັດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ປະທານຄະນະກຳມາທິການແຫ່ງຊາດ ກ່ຽວກັບການປະຕິຮູບລະບົບການສຶກສາແຫ່ງຊາດ, |
ທ່ານ ພີມມະສອນ ເລືອງຄຳມາ , ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າແຂວງ ແຂວງ ຫຼວງນ້ຳທາ, ທ່ານ ດຣ. ພັນຄຳ ວິພາວັນ , ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງສຶກສາທິການ, ຫົວໜ້າກົມ, ຮອງກົມ, ວິຊາການອ້ອມຂ້າງກະຊວງ, ຫົວໜ້າພະແນກສຶກສາທິການແຂວງ ໃນທົ່ວປະເທດ, ບັນດາກະຊວງ ແລະ ພາກສ່ວນ ທີ່ມີສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ. ຈຸດປະສົງຂອງກອງປະຊຸມປະຈຳປີໃນຄັ້ງນີ້ ແມ່ນເພື່ອສະຫຼຸບແຜນພັດທະນາການສຶກສາ 5 ປີ ຄັ້ງທີ VI ( 2006-2010 ), ຜ່ານທິດທາງແຜນພັດທະນາການສຶກສາ 5 ປີ ຄັ້ງທີ VII ( 2011-2015 ), ຜ່ານບົດສະຫຼຸບແຜນພັດທະນາ ການສຶກສາສົກຮຽນ 2009-2010, ຜ່ານທິດທາງແຜນການພັດທະນາການສຶກສາສົກຮຽນ 2010-2011, ວິໃຈຂໍ້ມູນ ການສຶກສາສາຍສາມັນສຶກສາ, ການສ້າງໂຮງຮຽນມັດທະຍົມສົມບູນຕົວແບບ, ການປະຕິຮູບລະບົບອາຊີວະສຶກສາ ແລະ ຊັ້ນມັດທະຍົມສຶກສາ ມ4 ແລະ ມ7, ວຽກງານການສຶກສາຊັ້ນສູງ, ການແກ້ໄຂບັນຫາຄູສອນ, ການຮັບປະກັນຄຸນນະ ພາບການສຶກສາ, ວຽກງານການລົບລ້າງຄວາມບໍ່ຮູ້ໜັງສື, ການຍົກລະດັບບຳລຸງວິຊາອາຊີບໃຫ້ປະຊາຊົນບັນດາເຜົ່າ ແລະ ອື່ນໆ. ໃນມື້ເປີດກອງປະຊຸມ ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຮັບຟັງບົດໂອ້ລົມຂອງ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ເນື້ອໃນຕົ້ນຕໍຂອງບົດໂອ້ລົມດັ່ງກ່າວ ແມ່ນທ່ານໄດ້ເນັ້ນ: ເຮັດແນວໃດ ເພື່ອໃຫ້ການສຶກສາ ມີຄຸນນະພາບ.
ວັນທີ 28/06/2010. ສີທົງ ພົງວິຈິດ ລາຍງານ |