Language Selection



ທ່ານ ນາງ ແສງເດືອນ ລົງຢ້ຽມຢາມ ແລະ ກວດກາ ບ້ານຊ່ວຍເຫຼືອເດັກ SOS.

 

   ໃນລະຫວ່າງວັນທີ 01 ເຖິງ 03/7/2010 ຜ່ານມານີ້, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີຊ່ວຍ ວ່າການກະຊວງສຶກສາທິການ, ຮອງປະທານຄະນະກຳມາທິການ SOS ຂັ້ນສູນກາງ ໄດ້ລົງຢ້ຽມຢາມ ແລະ ກວດກາ ຢູ່ບ້ານຊ່ວຍເຫຼືອເດັກ SOS ທີ່ແຂວງສະຫວັນນະເຂດ ແລະ ຈຳປາສັກ ໄປຮອດແຕ່ລະແຫ່ງ ທ່ານລັດຖະມົນຕີຊ່ວຍ ກໍ່ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ ບັນດາກິດຈະກຳ ຂອງບ້ານຊ່ວຍເຫຼືອເດັກ SOS  ທັງດ້ານດີ ແລະ ຄົງຄ້າງ.
   ບ້ານຊ່ວຍເຫຼືອເດັກ SOS ທີ່ສະຫວັນນະເຂດໄດ້ຮັບການສ້າງຕັ້ງຂື້ນໃນປີ 2007 , ໃນເນື້ອ ທີ່ທັງໝົດ 27.000 ຕາແມັດ, ບ້ານຊ່ວຍເຫຼືອເດັກນີ້ມີ 15 ຄອບຄົວ, 2 ຄອບຄົວ ແມ່ນຮັບຮອງເອົາເດັກທີ່ຂາດສານອາຫານ, ປັດຈຸບັນ ບ້ານພັກເດັກມີ 104 ຄົນ, ຍິງ 46 ຄົນ. ບ້ານຊ່ວຍເຫຼືອເດັກ SOS  ປາກເຊໄດ້ຮັບການສ້າງຕັ້ງຂື້ນໃນທ້າຍປີ 1996, ມີແມ່ລ້ຽງ ແລະ ພະນັກງານຮັບໃຊ້ 36 ຄົນ, ຍິງ 28 ຄົນ, ມີເດັກ ກຳພ້າ, ກຳພອຍ ອາຍຸ ແຕ່ 4 ປີ ເຖິງ 22 ປີ ລວມມີ 208 ຄົນ, ຍິງ 82 ຄົນ. ບ້ານຊ່ວຍເຫຼືອເດັກ SOS ແຫ່ງ ສ ປ ປ ລາວ ແມ່ນຮັບເອົາເດັກນ້ອຍກຳພ້າກຳພອຍ ພ້ອມຜູ້ດ້ອຍໂອກາດໃນສັງຄົມເຂົ້າມາລ້ຽງດູ ດຳເນີນງານຕາມ ຫຼັກ 4 ປະການຂອງກົດໝາຍ ສ ປ ປ ລາວ ແລະ ສາກົນຄື: ຫຼັກການທີ 1: ແມ່, ຫຼັກການທີ2: ອ້າຍເອື້ອຍນ້ອງ, ຫຼັກການທີ 3: ຄອບຄົວ ແລະ ຫຼັກການທີ 4 ໝູ່ບ້ານ. ກິດຈະກຳຕົ້ນຕໍຂອງໂຄງການແມ່ນປຸກສ້າງທີ່ຢູ່ອາໃສ, ສິ່ງອຳນວຍຄວາມສະດວກຕ່າງໆ, ປະກອບ ແມ່ ແລະ ນ້າສາວ ເພື່ອໃຫ້ການລ້ຽງດູເບິ່ງແຍງເດັກ, ປຸກສ້າງໂຮງຮຽນອະນຸບານຕິດພັນກັບບ້ານຊ່ວຍເຫຼືອເດັກ SOS ແລະ ໂຮງຮຽນ ປະຖົມ, ມັດທະຍົມ ເພື່ອເປັນບ່ອນສຶກສາຮ່ຳຮຽນຂອງເດັກ SOS ແລະ ເດັກນອ້ຍລູກຫຼານປະຊາຊົນບ້ານອ້ອມຂ້າງ. 

ວັນທີ 08/07/2010.

ສີທົງ ພົງວິຈິດ ລາຍງານຂ່າວ