|
ທ່ານ ດຣ. ພັນຄຳ ວິພາວັນ ຮັບຕ້ອນຮັບທູດເຂົ້າຢ້ຽມຂ່ຳນັບ.  | ວັນທີ 6/7/2010 ເວລາ 11 ໂມງ ທີ່ກະຊວງສຶກສາ ທ່ານ ດຣ. ພັນຄຳ ວິພາວັນ ລັດຖະມົນຕີວ່າການ ກະຊວງສຶກສາທິການ ໄດ້ໃຫ້ກຽດຕ້ອນຮັບທ່ານນາງ ປູ້ຈຽນກົວ ເຂົ້າຢ້ຽມຂ່ຳນັບ, ເນື່ອງໃນໂອກາດທີ່ທ່ານ ມາຮັບໜ້າທີ່ເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສ ປ ປ ລາວ. ທ່ານ ລັດຖະມົນຕີ ວ່າການ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາ ເປັນທູດຄົນໃໝ່ປະຈຳ ສ ປ ປ ລາວ, |
ຊຶ່ງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ເປັນຕົ້ນໃນດ້ານການສຶກສາ. ໃນສົກປີ 2009-2010 ໄດ້ມີຄະນະຜູ້ແທນຂັ້ນສູງຂອງຝ່າຍຈີນ ເດີນທາງ ມາຢ້ຽມຢາມກະຊວງສຶກສາ ແລະ ມະຫາວິທະຍາໄລ ແຫ່ງຊາດຂອງລາວ ລວມມີ 5 ຄະນະ, ຄະນະຜູ້ແທນຊັ້ນສູງຂອງຝ່າຍກະຊວງສຶກສາລາວ ໄດ້ເດີນທາງໄປໄປຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ຈີນລວມມີ 7 ຄະນະ. ນັກສຶກສາລາວກຳລັງຮຽນຢູ່ໃນປະຈຸບັນດ້ວຍທຶນຂອງລັດຖະບານຈີນ ໃນສົກ ຮຽນ 2009 - 2010 ລວມທັງໝົດມີ 230 ຄົນ, ຍິງ 52 ຄົນ ຮຽນໃນລະດັບປະຮິນຍາເອກ 11 ຄົນ, ປະຮິນຍາໂທ 64 ຄົນ, ປະຮິນຍາຕີ 155 ຄົນ. ໃນແຕ່ລະສົກຮຽນ ຝ່າຍລັດຖະບານລາວ ໄດ້ໃຫ້ທຶນການສຶກສາ ແກ່ຝ່າຍຈີນ 10 ເຖິງ 20 ຄົນ ມາຮຽນທີ່ມະຫາວິທະຍາໄລແຫ່ງຊາດ ແຫ່ງ ສ ປ ປ ລາວ.
| + ເວລາ 9 ໂມງ ຂອງວັນດຽວກັນ, ທ່ານລັດຖະມົນຕີວ່າການກໍໄດ້ໃຫ້ກຽດຕ້ອນຮັບ ທ່ານນາງ ກາຣິນ ມາເນເຕ ( Karin Manente ) ຜູ້ຕາງໜ້າອົງການອາຫານໂລກ ( WFP ) ປະຈຳ ສ ປ ປ ລາວ, ນະໂອກາດນີ້ ທ່ານລັດຖະມົນຕີວ່າການ ກໍ່ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງທ່ານ ທີ່ໄດ້ຕັ້ງໜ້າປະຕິບັດໂຄງການອາຫານເສີມ ເຂົ້າໃນໂຮງຮຽນ ຊ່ວຍເຫຼືອລັດຖະບານລາວ ແລະ ຂໍໃຫ້ທ່ານກັບຄືນປະເທດດ້ວຍຄວາມ |  | ສະຫວັດດີພາບ ເພື່ອຮັບໜ້າທີ່ການງານໃໝ່. ໂຄງການອາຫານເສີມເລີ່ມປະຕິບັດຢູ່ ສ ປ ປ ລາວ ຕັ້ງແຕ່ເດືອນກຸມພາ ປີ 2002 ໃນ 3 ແຂວງພາກເໜືອຄື: ຜົ້ງສາລີ, ອຸດົມໄຊ ແລະ ຫຼວງນ້ຳທາ ແລະ ຂະຫຍາຍໄປສູ່ 3 ແຂວງພາກໃຕ້: ສາລະວັນ, ເຊກອງ ແລະ ອັດຕະປື ໃນສົກຮຽນ 2008-2009 ໂຄງການໄດ້ໄປເຖິງ ຜູ້ດ້ອຍໂອກາດ ປະຈຸບັນໂຄງການໄດ້ກວມເອົາໂຮງຮຽນປະຖົມທັງໝົດ 1,500 ແຫ່ງ ໃນ 30 ເມືອງ ໃນ 6 ແຂວງ, ນັກຮຽນທີ່ໄດ້ຮັບຜົນປະໂຫຍດທັງໝົດຫຼາຍກວ່າ 140,000 ພັນຄົນ, ເປັນຍິງ 65,000 ຄົນ.
 | + ເວລາ 10 ໂມງ ຂອງວັນດຽວກັນ ທ່ານລັດຖະມົນຕີວ່າການກໍໄດ້ໃຫ້ກຽດຕ້ອນຮັບ ທ່ານ ວິດທະວັດ ສີວິຫົກ ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທີ່ທ່ານໄດ້ມາດຳລົງຕຳແໜ່ງ ເປັນເອກອັກ ຄະລັດຖະທູດແຫ່ງລາຊະອານາຈັກໄທຄົນໃໝ່ ປະຈຳ ສ ປ ປ ລາວ, ທ່ານ ລັດຖະມົນຕີວ່າການ ກໍໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານທີ່ໄດ້ມາດຳລົງ ຕຳແໜ່ງເປັນ ເອກອັກຄະລັດ ຖະທູດຄົນໃໝ່ປະຈຳ ສ ປ ປ ລາວ. | ພ້ອມນີ້ທ່ານລັດຖະມົນຕີວ່າການ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຜ່ານມາກໍ່ຄືປະຈຸບັນ ເຫັນໄດ້ວ່າການຮ່ວມມື ດ້ານການສຶກສາຂອງສອງຊາດໄດ້ມີການພັດທະນາ ໃນສົກ ປີ 2010 ນີ້ການຮ່ວມມືດ້ານວິຊາການດ້ານການສຶກສາ ລາວ-ໄທ ມີ: ທຶນລະດັບປະຣິນຍາໂທ Course ໄທ 46 ທຶນໃນທຸກຂະແໜງການ ແລະ Course Inter 25 ທຶນ ໃນຫົວຂໍ້ວິຊາ. ທຶນຝຶກອົບຮົມໄລຍະສັ້ນໃນສົກປີ 2010 ລວມທັງໝົດ 229 ທຶນ ໃນ 29 ຫົວຂໍ້ ສະເພາະກະຊວງສຶກສາ ໄດ້ຮັບຈຳນວນ 17 ທຶນ ໃນ 8 ຫົວຂໍ້ ແລະ ຍັງມີອີກຫຼາຍໂຄງການທີ່ຈະໄດ້ສືບຕໍ່ຮ່ວມກັນປະຕິບັດ.
ວັນທີ 08/07/2010. ສີທົງ ພົງວິຈິດ ລາຍງານ |