|
ເມືອງ ລະມາມ ແຂວງ ເຊກອງ ປະກາດຈົບຊັ້ນປະຖົມບຳລຸງ.  | ວັນທີ 12/07/2010 ທີ່ເດີນກິລາໃນຮົ່ມເມືອງລະມາມ ແຂວງເຊກອງ ໄດ້ມີພິທີປະກາດ ຢ່າງເປັນທາງການໃຫ້ເມືອງລະມາມແຂວງ ເຊກອງ ຮຽນຈົບຊັ້ນປະຖົມບຳລຸງ. ໃຫ້ກຽດ ເຂົ້າຮ່ວມໃນພິທີດັ່ງກ່າວ ມີທ່ານ ພັນເອກ ຄຳເຜີຍ ບຸດດາວວຽງ ເລຂາພັກແຂວງ, ເຈົ້າແຂວງ ແຂວງເຊກອງ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີຊ່ວຍ ວ່າການກະຊວງສຶກສາທິການ, ເຈົ້າເມືອງ ໃນ 4 ຕົວເມືອງ, ພະແນກສຶກສາແຂວງ, |
ຫ້ອງການສຶກສາເມືອງ, ຄູ-ອາຈານ, ນັກຮຽນ ພ້ອມອຳນາດການປົກຄອງບ້ານ ເຖົ້າແກ່ແນວໂຮມ. ທ່ານ ຄຳແດງ ກົມມະກຳ ເຈົ້າເມືອງ ເມືອງ ລະມາມ ຂື້ນສະຫຼຸບລາຍງານ ມີບາງຕອນທ່ານ ໄດ້ກ່າວວ່າ: ເມືອງ ລະມາມມີເນື້ອທີ່ 193,500 ເຮັກຕາ, ເຂດພູດອຍ ກວມ 60 %, ເຂດພູພຽງ ກວມ 30 %, ເຂດທົ່ງພຽງ ກວມ 10 %, ມີພົນລະເມືອງ 29,717 ຄົນ, ຍິງ 14,514 ຄົນ, ມີ 42 ບ້ານ ໃນນີ້ມີ 7 ກຸ່ມບ້ານພັດທະນາ, ມີ 5,316 ຄອບຄົວ, ມີ 13 ຊົນເຜົ່າ ແຕ່ລະຊົນເຜົ່າມີຮີດຄອງປະເພນີຄວາມເຊື່ອຖື ແລະ ຂະນົບທຳນຽມແຕກຕ່າງກັນ, ປະຊາກອນສ່ວນຫຼາຍ ແມ່ນຍືດຖືເອົາການຜະລິດກະສິກຳເປັນອາຊີບຕົ້ນຕໍ. ປະຊາກອນອາຍຸ 15 ປີຂື້ນໄປ ມີ 16,075 ຄົນ, ຍິງ 8,159 ຄົນ, ໃນນີ້ຮູ້ໜັງສືແລ້ວຈຳນວນ 15,252 ຄົນ, ຍິງ 7,844 ຄົນ, ປະຊາກອນ 15 ປີ ເຖິງ 40 ປີ ມີ 11,553 ຄົນ, ຮຽນຈົບ ປະຖົມແລ້ວ 10,691 ຄົນ, ຍິງ 5,724 ຄົນ. ປະຊາກອນ ອາຍຸ 41 ປີ ຂື້ນໄປ ມີ 4,822 ຄົນ, ຍິງ 2,125 ຄົນ, ຮູ້ໜັງສືແລ້ວ 4,561 ຄົນ, ຍິງ 2,120 ຄົນ. ເມືອງລະມາມ ເປັນເມືອງທຳອິດຂອງແຂວງ ແລະ ເປັນເມືອງທີ 67 ຂອງທົ່ວປະເທດ ທີ່ໄດ້ປະກາດຈົບຊັ້ນປະຖົມ ບຳລຸງ, ຍັງອີກ 73 ເມືອງຂອງທົ່ວປະເທດ ທີ່ບໍ່ທັນສຳເລັດ. ບັນດາແຂວງທີ່ໄດ້ປະກາດຈົບຊັ້ນປະຖົມບຳລຸງມີດັ່ງນີ້: ນະຄອນຫຼວງວຽງຈັນ ສຳເລັດແລ້ວ 9 ເມືອງ, ແຂວງ ຈຳປາສັກ ສຳເລັດແລ້ວ 10 ເມືອງ, ແຂວງ ວຽງຈັນ ສຳເລັດແລ້ວ 13 ເມືອງ, ແຂວງ ໄຊຍະບູລີ ສຳເລັດແລ້ວ 6 ເມືອງ, ແຂວງ ຊຽງຂວາງ ສຳເລັດແລ້ວ 6 ເມືອງ, ແຂວງ ສະຫວັນນະເຂດ ສຳເລັດແລ້ວ 5 ເມືອງ, ແຂວງ ຫຼວງພະບາງ ສຳເລັດ 5 ເມືອງ, ແຂວງ ຫຼວງນ້ຳທາ, ບໍລິຄຳໄຊ, ຄຳມ່ວນ ແລະ ຫົວພັນ ສຳເລັດ ແຂວງ ລະ 03 ເມືອງ, ອຸດົມໄຊ, ບໍ່ແກ້ວ, ຜົ້ງສາລີ ສຳເລັດແຂວງລະ 01 ເມືອງ. ໂອກາດນີ້ທ່ານລັດຖະມົນຕີຊ່ວຍກໍໄດ້ລົງພົບປະຢ້ຽມຢາມ ຄູ-ອາຈານ ໂຮງຮຽນເຕັກນິກວິຊາຊີບ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າຂອງແຂວງດ້ວຍ.
ວັນທີ 20/07/2010. ສີທົງ ພົງວິຈິດ ລາຍງານ |