Language Selection



ກອງປະຊຸມ ປັບປຸງ ແລະ ຜ່ານມາດຕະຖານຫຼັກສູດແຫ່ງຊາດ.

 

   ໃນລະຫວ່າງວັນທີ 12 - 14/07/2010 ຜ່ານມານີ້ ທີ່ຫ້ອງປະຊຸມບ້ານພັກແຄມງື່ມ ເມືອງ ແກ້ວອຸດົມ ແຂວງວຽງຈັນ ໄດ້ມີກອງປະຊຸມປັບປຸງ ແລະ ຜ່ານມາດຕະຖານຫຼັກສູດແຫ່ງຊາດ ລະດັບອະນຸປະຣິນຍາ, ປະຣິນຍາຕີ ແລະ ປະຣິນ ຍາໂທ  ໂດຍແມ່ນກົມການສຶກສາຊັ້ນສູງ ກະຊວງສຶກສາທິການ.
   ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມດັ່ງກ່າວໂດຍມີທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ພ້ອມດ້ວຍນັກວິຊາການເຂົ້າຮ່ວມທັງໝົດ 49 ທ່ານ ທີ່ມາຈາກກະຊວງສຶກສາທິການ, 5 ມະຫາວິທະຍາໄລ, 2 ຄະນະ ວິຊາ, 2 ສູນສະຖາບັນການສຶກສາຊັ້ນສູງ, 3 ວິທະຍາຄານ ແລະ 9 ວິທະຍາໄລ. 
   ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອປະຕິຮູບຫຼັກສູດການສຶກສາຊັ້ນສູງ ໃຫ້ຕິດພັນກັບແຜນຍຸດທະສາດ ປະຕິຮູບລະບົບການສຶກສາແຫ່ງຊາດ ແນ່ໃສ່ການພັດທະນາຊັບພະຍາກອນມະນຸດຂອງຊາດໃຫ້ມີຄຸນນະພາບ ເພື່ອຕອບ ສະໜອງຄວາມຕ້ອງການຂອງສັງຄົມ ແລະ ຕະຫຼາດແຮງງານຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ເພື່ອນຳພາປະເທດຊາດຫຼຸດອອກຈາກພາວະດອ້ຍພັດທະ ນາ ໃນປີ 2020.
   ກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາ ສົນທະນາກ່ຽວກັບການກຳນົດໂຄງຮ່າງຫຼັກສູດໃໝ່, ປີການສຶກສາ, ບາງເນື້ອໃນ ທີ່ບໍ່ແທດເໝາະ ແລະ ການກຳນົດໜ່ວຍກິດຄືນໃໝ່ ໃຫ້ແກ່ 3 ມາດຕະຖານຫຼັກສູດແຫ່ງຊາດດັ່ງກ່າວ.
   ອີງຕາມແຜນການປະຕິຮູບຫຼັກສູດການສຶກສາຊັ້ນສູງນັ້ນ ສຳລັບລະດັບມະຫາພາກຄາດວ່າ ທຸກມາດຕະຖານຫຼັກສູດ ແຫ່ງຊາດ ຈະໃຫ້ສຳເລັດໃນປີ 2010 ເພື່ອເປັນຂອບລວມ ແລະ ບ່ອນອີງ ໃຫ້ແກ່ສະຖາບັນການສຶກສາຊັ້ນສູງ ທາງພາກລັດ ແລະ ເອກະຊົນ ໃນການສ້າງຫຼັກສູດຂອງຕົນ ໃຫ້ມີຄວາມສອດຄ່ອງກັບກົດໝາຍວ່າດ້ວຍການສຶກສາ ສະບັບປັບປຸງ.
 

ວັນທີ 20/07/2010.

ສີທົງ ພົງວິຈິດ ລາຍງານຂ່າວ