Language Selection



News

ປະດັບຫຼຽນກາລະນຶກ 60 ປີ ໃຫ້ຄະນະນຳກະຊວງສຶກສາ.

 

   ວັນທີ 12/08/2010 ທີ່ມະຫາວິທະຍາໄລແຫ່ງຊາດ ກະຊວງສຶກສາທິການໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 60 ປີ (13/08/1950-13/08/2010) ພ້ອມປະດັບຫຼຽນກາລະນຶກ 60 ປີ ໃຫ້ຄະນະນຳ ຂະແໜງການສຶກສາ. ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ຕົງ ເຢີທໍ ກຳມະການສູນກາງພັກ, ຮອງປະທານອົງການ ແນວລາວສ້າງຊາດ, ລັດຖະມົນຕີຊ່ວຍວ່າການ, ອະດິດລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ, ຄະນະນຳ ມະຫາວິທະຍາໄລແຫ່ງຊາດ, ສະຖາບັນການສຶກສາອ້ອມຂ້າງກະຊວງ 371 ທ່ານ. 
Read more...
 

ກອງປະຊຸມຜູ້ບໍລິຫານການສຶກສາພາກເອກະຊົນ.

 

   ວັນທີ 03-04/08/2010 ທີ່ສະໂມສອນໄຟຟ້ານ້ຳງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີກອງປະຊຸມຜູ້ບໍລິຫານ ການສຶກສາ ພາກເອກະຊົນ ປະຈຳປີຂື້ນ. ໂດຍການເປັນປະທານຂອງທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ, ທ່ານ ດຣ. ຊົມພູ ດວງສະຫວັນ ຮອງຫົວໜ້າຄະນະກຳມາທິການ ວັດທະນາທຳ - ສັງຄົມ ສະພາແຫ່ງຊາດ, ທ່ານ ດຣ. ກ້າ ສະເຫີມສຸກ ຫົວໜ້າກົມຄຸ້ມຄອງການສຶກສາພາກເອກະຊົນ, ມີສະພາທີ່ປຶກສາ ການສຶກສາພາກເອກະຊົນ, ຜູ້ບໍລິຫານການສຶກສາພາກເອກະຊົນໃນທົ່ວປະເທດເຂົ້າຮ່ວມທັງໝົດ 96 ທ່ານ. 
Read more...
 

ກອງປະຊຸມວ່າດ້ວຍຂອບການປະເມີນຜົນ ການປະຕິບັດວຽກງານຂອງຂະແໜງການສຶກສາ.

 

   ໃນລະຫວ່າງວັນທີ 28-29/7/2010, ທີ່ສະໂມສອນໄຟຟ້ານ້ຳງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມ ວ່າດ້ວຍຂອບການປະເມີນຜົນ ການປະຕິບັດວຽກງານ ຂອງຂະແໜງການສຶກສາຂື້ນ, ໃຫ້ກຽດເປັນປະທານກອງປະຊຸມ ໂດຍທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ, ທ່ານ ທິມແນບເປີ ຮັກສາການຫົວໜ້າ ອົງການ ອົດສເອດ ປະຈຳ ສ ປ ປ ລາວ, ທ່ານ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກສຶກສາທິການແຂວງ, ຫົວໜ້າຫ້ອງການສຶກສາທິການເມືອງ ໃນ 56 ເມືອງ ໃນທົ່ວປະເທດເຂົ້າຮ່ວມ 185 ທ່ານ. 
Read more...
 

ກອງປະຊຸມຜູ້ບໍລິຫານການສຶກນອກໂຮງຮຽນທົ່ວປະເທດ.

 

   ໃນລະຫວ່າງວັນທີ 27-30/7/2010 ທີ່ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດໃຫ້ມີກອງປະຊຸມຜູ້ບໍລິຫານ ການສຶກສານອກໂຮງຮຽນທົ່ວປະເທດ ປະຈຳປີ 2010 ຂຶ້ນ, ເປັນປະທານກອງປະຊຸມໂດຍທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ພ້ອມພະນັກງານວິຊາການຈາກກະຊວງສຶກສາ ຈາກທຸກໆແຂວງ ແລະ ສາກົນເຂົ້າຮ່ວມ 
Read more...
 

ທ່ານ ດຣ. ພັນຄຳ ວິພາວັນ ຕ້ອນຮັບຜູ້ຕາງໜ້າອົງການ UNICEF.

 

   ວັນທີ 20/7/2010  ທີ່ກະຊວງສຶກສາທິການ ທ່ານ ດຣ. ພັນຄຳ ວິພາວັນ ລັດຖະມົນຕີວ່າການ ກະຊວງສຶກສາ ທິການ ໄດ້ຕ້ອນຮັບທ່ານ ຕີໂມທີ ຊັບເຟີ ( Mr.  Timothy Schaffter ) ຜູ້ຕາງໜ້າອົງການແມ່ ແລະ ເດັກ ເພື່ອການພັດທະນາ ( UNICEF ) ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທີ່ທ່ານໄດ້ມາຮັບໜ້າທີ່ຢູ່ ສ.ປ.ປ ລາວ, ນະໂອກາດນີ້ ທ່ານລັດຖະມົນຕີວ່າການກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານທີ່ໄດ້ມາຮັບໜ້າທີ່ໃໝ່ ຢູ່ ສ.ປ.ປ ລາວ ຊຶ່ງນັບວ່າເປັນການສືບຕໍ່ເສີມຂະຫຍາຍການຮ່ວມມືຕໍ່ໄປ. ຈາກນັ້ນແຂກ ແລະ ເຈົ້າພາບກໍໄດ້ສົນທະນາ
Read more...
 

ກອງປະຊຸມ ປັບປຸງ ແລະ ຜ່ານມາດຕະຖານຫຼັກສູດແຫ່ງຊາດ.

 

   ໃນລະຫວ່າງວັນທີ 12 - 14/07/2010 ຜ່ານມານີ້ ທີ່ຫ້ອງປະຊຸມບ້ານພັກແຄມງື່ມ ເມືອງ ແກ້ວອຸດົມ ແຂວງວຽງຈັນ ໄດ້ມີກອງປະຊຸມປັບປຸງ ແລະ ຜ່ານມາດຕະຖານຫຼັກສູດແຫ່ງຊາດ ລະດັບອະນຸປະຣິນຍາ, ປະຣິນຍາຕີ ແລະ ປະຣິນ ຍາໂທ  ໂດຍແມ່ນກົມການສຶກສາຊັ້ນສູງ ກະຊວງສຶກສາທິການ.
Read more...
 

ເມືອງ ລະມາມ ແຂວງ ເຊກອງ ປະກາດຈົບຊັ້ນປະຖົມບຳລຸງ.

 

    ວັນທີ 12/07/2010 ທີ່ເດີນກິລາໃນຮົ່ມເມືອງລະມາມ ແຂວງເຊກອງ ໄດ້ມີພິທີປະກາດ ຢ່າງເປັນທາງການໃຫ້ເມືອງລະມາມແຂວງ ເຊກອງ ຮຽນຈົບຊັ້ນປະຖົມບຳລຸງ.  ໃຫ້ກຽດ ເຂົ້າຮ່ວມໃນພິທີດັ່ງກ່າວ ມີທ່ານ ພັນເອກ ຄຳເຜີຍ ບຸດດາວວຽງ ເລຂາພັກແຂວງ, ເຈົ້າແຂວງ ແຂວງເຊກອງ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີຊ່ວຍ ວ່າການກະຊວງສຶກສາທິການ, ເຈົ້າເມືອງ ໃນ 4 ຕົວເມືອງ, ພະແນກສຶກສາແຂວງ, 
Read more...
 
<< Start < Prev 1 2 3 4 5 6 7 8 9 10 Next > End >>

Page 1 of 14