|
|
ອາຊີບຂອງຂ້ອຍ ! | * ອາຊີບຂອງຮຽມແທ້ ຂານອາສາສິດສອນ ອາຊີບນີ້ຮຽມຫຼ້າ ແຕ່ຊຸມປີຕໍ່ສູ້ | ແມ່ນເຮັດວຽກສຶກສາ ນັກຮຽນໃຫ້ກ້າວໜ້າ ຮຽນມາແຕ່ໄວໜຸ່ມ ຕ້ານມານຮ້າຍຕ່າງແດນ. |
|
|
Read more...
|
|
ປະດັບຫຼຽນກາລະນຶກ 60 ປີ ໃຫ້ຄະນະນຳກະຊວງສຶກສາ. | ວັນທີ 12/08/2010 ທີ່ມະຫາວິທະຍາໄລແຫ່ງຊາດ ກະຊວງສຶກສາທິການໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 60 ປີ (13/08/1950-13/08/2010) ພ້ອມປະດັບຫຼຽນກາລະນຶກ 60 ປີ ໃຫ້ຄະນະນຳ ຂະແໜງການສຶກສາ. ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ຕົງ ເຢີທໍ ກຳມະການສູນກາງພັກ, ຮອງປະທານອົງການ ແນວລາວສ້າງຊາດ, ລັດຖະມົນຕີຊ່ວຍວ່າການ, ອະດິດລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ, ຄະນະນຳ ມະຫາວິທະຍາໄລແຫ່ງຊາດ, ສະຖາບັນການສຶກສາອ້ອມຂ້າງກະຊວງ 371 ທ່ານ. |
|
|
Read more...
|
|
ກອງປະຊຸມຜູ້ບໍລິຫານການສຶກສາພາກເອກະຊົນ. | ວັນທີ 03-04/08/2010 ທີ່ສະໂມສອນໄຟຟ້ານ້ຳງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີກອງປະຊຸມຜູ້ບໍລິຫານ ການສຶກສາ ພາກເອກະຊົນ ປະຈຳປີຂື້ນ. ໂດຍການເປັນປະທານຂອງທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ, ທ່ານ ດຣ. ຊົມພູ ດວງສະຫວັນ ຮອງຫົວໜ້າຄະນະກຳມາທິການ ວັດທະນາທຳ - ສັງຄົມ ສະພາແຫ່ງຊາດ, ທ່ານ ດຣ. ກ້າ ສະເຫີມສຸກ ຫົວໜ້າກົມຄຸ້ມຄອງການສຶກສາພາກເອກະຊົນ, ມີສະພາທີ່ປຶກສາ ການສຶກສາພາກເອກະຊົນ, ຜູ້ບໍລິຫານການສຶກສາພາກເອກະຊົນໃນທົ່ວປະເທດເຂົ້າຮ່ວມທັງໝົດ 96 ທ່ານ. |
|
|
Read more...
|
|
ກອງປະຊຸມວ່າດ້ວຍຂອບການປະເມີນຜົນ ການປະຕິບັດວຽກງານຂອງຂະແໜງການສຶກສາ. | ໃນລະຫວ່າງວັນທີ 28-29/7/2010, ທີ່ສະໂມສອນໄຟຟ້ານ້ຳງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມ ວ່າດ້ວຍຂອບການປະເມີນຜົນ ການປະຕິບັດວຽກງານ ຂອງຂະແໜງການສຶກສາຂື້ນ, ໃຫ້ກຽດເປັນປະທານກອງປະຊຸມ ໂດຍທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ, ທ່ານ ທິມແນບເປີ ຮັກສາການຫົວໜ້າ ອົງການ ອົດສເອດ ປະຈຳ ສ ປ ປ ລາວ, ທ່ານ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກສຶກສາທິການແຂວງ, ຫົວໜ້າຫ້ອງການສຶກສາທິການເມືອງ ໃນ 56 ເມືອງ ໃນທົ່ວປະເທດເຂົ້າຮ່ວມ 185 ທ່ານ. |
|
|
Read more...
|
|
ກອງປະຊຸມຜູ້ບໍລິຫານການສຶກນອກໂຮງຮຽນທົ່ວປະເທດ. | ໃນລະຫວ່າງວັນທີ 27-30/7/2010 ທີ່ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດໃຫ້ມີກອງປະຊຸມຜູ້ບໍລິຫານ ການສຶກສານອກໂຮງຮຽນທົ່ວປະເທດ ປະຈຳປີ 2010 ຂຶ້ນ, ເປັນປະທານກອງປະຊຸມໂດຍທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ພ້ອມພະນັກງານວິຊາການຈາກກະຊວງສຶກສາ ຈາກທຸກໆແຂວງ ແລະ ສາກົນເຂົ້າຮ່ວມ |
|
|
Read more...
|
|
ທ່ານ ດຣ. ພັນຄຳ ວິພາວັນ ຕ້ອນຮັບຜູ້ຕາງໜ້າອົງການ UNICEF. | ວັນທີ 20/7/2010 ທີ່ກະຊວງສຶກສາທິການ ທ່ານ ດຣ. ພັນຄຳ ວິພາວັນ ລັດຖະມົນຕີວ່າການ ກະຊວງສຶກສາ ທິການ ໄດ້ຕ້ອນຮັບທ່ານ ຕີໂມທີ ຊັບເຟີ ( Mr. Timothy Schaffter ) ຜູ້ຕາງໜ້າອົງການແມ່ ແລະ ເດັກ ເພື່ອການພັດທະນາ ( UNICEF ) ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທີ່ທ່ານໄດ້ມາຮັບໜ້າທີ່ຢູ່ ສ.ປ.ປ ລາວ, ນະໂອກາດນີ້ ທ່ານລັດຖະມົນຕີວ່າການກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານທີ່ໄດ້ມາຮັບໜ້າທີ່ໃໝ່ ຢູ່ ສ.ປ.ປ ລາວ ຊຶ່ງນັບວ່າເປັນການສືບຕໍ່ເສີມຂະຫຍາຍການຮ່ວມມືຕໍ່ໄປ. ຈາກນັ້ນແຂກ ແລະ ເຈົ້າພາບກໍໄດ້ສົນທະນາ |
|
|
Read more...
|
|
|