• English
  • Laos
Welcome to Education Quality Assurance Center

ບົດລາຍງານໂດຍຫຍໍ້ກ່ຽວກັບການດຳເນີນການປະຕິຮູບລະບົບການສຶກສາແຫ່ງຊາດຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VII (ວັນທີ 7-21/12/2011)

ຄຳສັ່ງແນະນຳຂອງລັດຖະມົນຕີກ່ຽວກັບການເລື່ອນຂັ້ນແບບຕໍ່ເນື່ອງໃນຊັ້ນປະຖົມສຶກສາ

ບົດນໍາສະເໜີ ກ່ຽວກັບການປະກັນຄຸນນະພາບ ວັນທີ14ຕຸລາ2011

 
ໃນວັນທີ03-07ຕຸລາ2011, ສູນປະກັນຄຸນນະພາບການສຶກສາ ໄດ້ຮ່ວມກັບກົມການສຶກສາຊັ້ນສູງ ຈັດກອງປະຊຸມ ເພື່ອຜ່ານມາດຕະຖານ ແລະບັນດາປະເດັນທີ່ກ່ຽວຂ້ອງ ກັບການປະກັນຄຸນນະພາບການສຶກສາ ສຳລັບສະຖາບັນການສຶກສາຊັ້ນສູງ ຂຶ້ນຢູ່ທີ່ຫ້ອງປະຊຸມເຮືອນພັກແຄມງື່ມ, ເມືອງແກ້ວອຸດົມ ແຂວງວຽງຈັນ.
ກອງປະຊຸມໄດ້ເຊື້ອເຊີນ ບັນດາສະຖາບັນການສຶກສາຊັ້ນສູງ ທັງພາກລັດ ແລະ ພາກເອກະຊົນເຂົ້າຮ່ວມ.
Read more...
 
ໃນວັນທີ6-8ທັນວາ2010, ສູນປະກັນຄຸນນະພາບການສຶກສາ ໄດ້ຮ່ວມກັບກົມການສຶກສາຊັ້ນສູງ ຈັດກອງປະຊຸມລະດົມແນວຄວາມຄິດ ກ່ຽວກັບການປະກັນຄຸນນະພາບການສຶກສາ ສຳລັບການສຶກສາຊັ້ນສູງຂຶ້ນ ຢູ່ທີ່ຫ້ອງປະຊຸມນາປ່າກວາງ, ເມືອງແກ້ວອຸດົມ ແຂວງວຽງຈັນ.
ກອງປະຊຸມໄດ້ເຊື້ອເຊີນ ບັນດາກົມກ່ຽວຂ້ອງໃນກະຊວງສຶກສາທິການ, ບັນດາສະຖານສຶກສາຊັ້ນສູງ ທັງຂຶ້ນກັບກະຊວງສຶກສາທິການ ແລະ ຂຶ້ນກັບກະຊວງອື່ນ, ຫ້ອງການກະຊວງ ທີ່ມີສະຖານສຶກສາຢູ່ໃນສັງກັດ, ສະພາການຄ້າ ແລະອຸດສາຫະກຳ, ສະມາຄົມການສຶກສາພາກເອກະຊົນ.
Read more...
 
ໃນວັນທີ13-15ທັນວາ2010, ສູນປະກັນຄຸນນະພາບການສຶກສາ ໄດ້ຈັດກອງປະຊຸມ ກ່ຽວກັບການປະກັນຄຸນນະພາບການສຶກສາ
ສໍາລັບຊັ້ນປະຖົມສຶກສາ ຢູ່ທີ່ຫ້ອງປະຊຸມສະໂມສອນໄຟຟ້າ, ເມືອງແກ້ວອຸດົມ ແຂວງວຽງຈັນ.
ກອງປະຊຸມໄດ້ເຊື້ອເຊີນ ບັນດາກົມກ່ຽວຂ້ອງໃນກະຊວງສຶກສາທິການ, ຄະນະພະແນກສຶກສາທິການແຂວງ ແລະ ຜູ້ອໍານວຍການ
ໂຮງຮຽນປະຖົມຈໍານວນໜຶ່ງ ເຊັ່ນ ປະຖົມທົ່ງກາງ, ປະຖົມນາໄຮ່ດຽວ, ປະຖົມມີໄຊ, ຜູ້ອໍານວຍການສ້າງຄູດົງຄໍາຊ້າງ, ສ້າງຄູບ້ານເກິນ
ແລະ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ.
Read more...
 
Copyright 2010 Educational Standards and Quality Assurance Centre (ESQAC), Ministry of Education, Lao PDR. All rights reserved. Contact Us: Tel +856-21-911486