ໂຄງການ EDP II
1. ເລີ່ມຕົ້ນປຸກສ້າງແຕ່ປີ 2005 ເຖິງປີ 2009
2. ແບບແຜນຜັງອາຄານ: ອາຄານຊັ້ນດຽວ ແບບຊື່ ມີ 4 ຫ້ອງຮຽນ, 3 ຫ້ອງຮຽນ ແລະ 2 ຫ້ອງຮຽນ
3. ປະເພດອາຄານ: ອາຄານເຄິ່ງຖາວອນ ມາດຕະຖານ ກາງ ແລະ ຕ່ຳ
4. ລັກສະນະຂອງອາຄານ:
A. ເປັນອາຄານເຄິ່ງກໍ່, ເຄິ່ງໄມ້ ມີແຕ່ຫ້ອງຮຽນ (ບໍ່ມີຫ້ອງການ)
B. ລະບົບໂຄງສ້າງອາຄານ: ຮາກຖານ ເບຕົງເສີມເຫຼັກ, ເສົາເບຕົງເສີມເຫຼັກ ແລະ ເສົາໄມ້
C. ພື້ນ: ເບຕົງເສີມເຫຼັກເບົາ, ເບຕົງເສີມໄມ້ໃຜ່, ເບຕົງທຳມະດາ ແລະ ດິນຕ່ຳແໜ້ນ
D. ໂຄງສ້າງຫຼັງຄາ: ເປັນໂຄງສ້າງໄມ້ທີ່ສົມບູນ ແບບບໍ່ສົມດູນ, ບໍ່ມີອົກໄກ່
E. ມຸງສັງກະສີບາງ 0.18 ມມ
5. ມີຈຳນວນອາຄານທັງໝົດ 319 ຫຼັງ (ລວມ 957 ຫ້ອງຮຽນ) ປຸງສ້າງໃນ 19 ເມືອງ ຂອງ 6 ແຂວງ
A. ແຂວງ ຜົ້ງສາລີ ມີຈຳນວນ 35 ຫຼັງ
B. ແຂວງ ຫຼວງນ້ຳທາ ມີຈຳນວນ 50 ຫຼັງ
C. ແຂວງ ອຸດົມໄຊ ມີຈຳນວນ 98 ຫຼັງ
D. ແຂວງ ຫົວພັນ ມີຈຳນວນ 84 ຫຼັງ
E. ແຂວງ ເຊກອງ ມີຈຳນວນ 31 ຫຼັງ
F. ແຂວງ ອັດຕະປື ມີຈຳນວນ 21 ຫຼັງ
6. ມູນຄ່າສະເລ່ຍ: 64 $ / ມ2 (ປະມານ 3500 - 4000 $ ຕໍ່ຫ້ອງຮຽນ)




